ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ກ່າວຄຳເຫັນທີ່ພິທີ (ພາບ: VOV)
|
ທີ່ພິທີປຸກລະດົມການໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຈາກ ພາຍຸ Bualoi ທີ່ໄດ້ດຳເນີນໃນວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ອ່ານຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບການຂົນຂວາຍການໜູນຊ່ວຍພໍ່ແມ່ປະຊາຊົນ ແກ້ໄຂຜົນເສຍຫາຍທີ່ເກີດຈາກພາຍຸ Bualoi.
ຕາມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ຜົນເສຍຫາຍທີ່ຕາມມາພາຍຫຼັງພາຍຸນ້ຳຖ້ວມແມ່ນໃຫຍ່ຫຼວງທີ່ສຸດ, ມີຫຼາຍຄອບຄົວ, ບຸກຄົນຕ້ອງການການໜູນຊ່ວຍ, ຊ່ວຍເຫຼືອ. ພັກ, ລັດ ໄດ້ ແລະ ພວມຜັນຂະຫຍາຍຫຼາຍມາດຕະການ, ແຫຼ່ງກຳລັງເພື່ອຟື້ນຟູພື້ນຖານໂຄງລ່າງ, ໜູນຊ່ວຍການຜະລິດຄືນໃໝ່, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.

