ພິທີເຄົາລົບທຸງ (ພາບ: TTXVN) |
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ຟຸ່ງເຖລອງ ໄດ້ຍົກໃຫ້ເຫັນແແຈ້ງເຖິງຄວາມໝາຍຂອງການປະຕິວັດເດືອນສິງຫາ 1945 ໂດຍພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮຈີມິງ ນຳພາ, ບົດຖະແຫຼງການປະກາດເອກະລາດໂດຍປະທານ ໂຮ່ຈີມິນ ປະກາດໃນວັນທີ 2 ກັນຍາ 1945, ສະຖາປະນາປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ເຊິ່ງປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຖັດຈາກນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການບ້ານເມືອງໃນຊຸມເດືອນຕົ້ນປີ 2024, ພ້ອມທັງເຜີຍໃຫ້ຮູ້ວ່າ ລັດຖະບານສືບຕໍ່ຍູ້ແຮງ 3 ບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ໂຄງປະກອບພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງທາງຄົມມະນາຄົມ, ໂຄງລ່າງດີຈີຕອນ, ໂຄງລ່າງສີຂຽວ ແລະ ແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ສຳລັບບັນດາຂະແໜງ, ຂົງເຂດຫາກໍ່ພົ້ນເດັ່ນ. ທ່ານເອກອັກຄະລັດຖະທູດ ກໍແຈ້ງໃຫ້ຊາບກ່ຽວກັບບັນດາແງ່ຫວັງການຮ່ວມມືທີ່ນັບມື້ນັບດີງາມ ແລະ ມີປະສິດທິຜົນລະຫວ່າງສອງປະເທດ ຫວຽດນາມ ແລະ ສະວິດ. ນັບແຕ່ຕົ້ນປີມາຮອດປັດຈຸບັນ ໄດ້ດຳເນີນການພົບຂັ້ນສູງ, ກິດຈະກຳສົ່ງເສີມການຄ້າ, ການລົງທຶນລະຫວ່າງສອງປະເທດ.
ເຫດການປີນີ້, ປະກອບສ່ວນຜູກພັນການພົວພັນ ຫວຽດນາມ ກັບບັນດາເພື່ອນມິດ ສະວິດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ແລະ ຄວາມຮູ້ສຶກຢ່າງເລິກເຊິ່ງກວ່າກ່ຽວກັບການປະຕິວັດທີ່ສະຫງ່າອົງອາດເພື່ອຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງຊາດ ຫວຽດນາມ.

