ວັນທີ 2 ຕຸລາ, ອົງການປ້ອງກັນຕົວພົນລະເຮືອນ ຟີລິບປິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວມີຄວາມແຮງລະດັບ 6,9 ຢູ່ນອກຝັ່ງເຂດພາກກາງປະເທດນີ້ ໃນຕອນຄ່ຳວັນທີ 30 ກັນຍາ ໄດ້ເພີ່ມຂຶ້ນເປັນ 72 ຄົນ, ໃນນັ້ນມີ 294 ຄົນຖືກບາດເຈັບ. ວຽກງານກູ້ໄພກູ້ຊີບຍັງໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຮີບດ່ວນ. ໃນຂະນະນັ້ນ, ຢູ່ອິນໂດເນເຊຍ, ກຳລັງກູ້ໄພກູ້ຊີບສືບຕໍ່ມານະພະຍາຍາມຊອກຄົ້ນ ພາຍຫຼັງມີເຫດ ອາຄານຫຼາຍຊັ້ນ ຂອງໂຮງຮຽນກິນນອນ ອິດສະລາມ ແຫ່ງໜຶ່ງຢູ່ທາງທິດຕາເວັນອອກ Java ຖະຫຼົມລົງ. ຕາມອົງການບັນເທົາໄພທຳມະຊາດ ແຫ່ງຊາດແລ້ວ, ມີປະມານ 59 ຄົນ ຍັງຕິດຄ້າງຢູ່ໃຕ້ຊາກຫັກພັງ.
ແຜ່ນດິນໄຫວເກີດຂຶ້ນຢ່າງຕໍ່ເນື່ອງຢູ່ ຟີລິບປິນ ແລະ ອິນໂດເນເຊຍ: ຈຳນວນຜູ້ປະສົບເຄາະຮ້າຍສືບຕໍ່ເພີ່ມຂຶ້ນ, ມີຫຼາຍຄົນຍັງຫາຍສາບສູນ
(VOVWORLD) - ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວມີຄວາມແຮງລະດັບ 6,9 ຢູ່ນອກຝັ່ງເຂດພາກກາງປະເທດນີ້ ໃນຕອນຄ່ຳວັນທີ 30 ກັນຍາ ໄດ້ເພີ່ມຂຶ້ນເປັນ 72 ຄົນ, ໃນນັ້ນມີ 294 ຄົນຖືກບາດເຈັບ.
