ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານ Alastair King, ເຈົ້າຄອງເຂດການເງິນ ລອນດອນ(ພາບ: mof.gov.vn)
|
ວັນທີ 17 ກັນຍາ, ຢູ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ, ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເຮັດວຽກກັບທ່ານ Alastair King, ເຈົ້າຄອງເຂດການເງິນ ລອນດອນ.
ທີ່ການເຮັດວຽກ, ທ່ານ ຫງວຽນວັນທັງ ຕີລາຄາສູງການສົມທົບກັບຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືຝ່າຍ ລາຊະອານາຈັກ ອັງກິດ ໃນວິວັດການສ້າງມະຕິຂອງສະພາແຫ່ງຊາດວ່າດ້ວຍສູນການເງິນສາກົນຢູ່ ຫວຽດນາມ. ພິເສດ, ເຂດການເງິນ ລອນດອນ ໄດ້ສະໜອງຂໍ້ມູນ, ຂໍ້ສະເໜີແນະສຳຄັນຫຼາຍຂໍ້ ເພື່ອກະກຽມບັນດາເງື່ອນໄຂພື້ນຖານ ແລະ ສ້າງແຜນການພັດທະນາສູນການເງິນສາກົນ.
ສ່ວນທ່ານ AlastairKing, ເຈົ້າຄອງເຂດການເງິນ ລອນດອນ ຢືນຢັນວ່າ ເຂດການເງິນ ລອນດອນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໃຫ້ຄຳປຶກສາ ແລະ ຮ່ວມມື, ພິເສດແມ່ນຜ່ານ The City UK; ພ້ອມກັນນັ້ນ, ກໍ່ຊົມເຊີຍຂໍ້ສະເໜີຂອງທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ກ່ຽວກັບການນຳໃຊ້ລະບົບເຊື່ອມຕໍ່ກົດໝາຍ ອັງກິດ ຊ່ວຍຫຼຸດຜ່ອນລາຍຈ່າຍ ແລະ ແກ້ໄຂການຈັດແຍ່ງຢ່າງມີປະສິດທິຜົນ.

