ໂບດແຫ່ງໜຶ່ງຢູ່ແຂວງ Cebu, ຟີລິບປິນ ຖືກພັງທະລາຍຍ້ອນເຫດແຜ່ນດິນໄຫວໃນ ວັນທີ 30 ກັນຍາ 2025 (ພາບ: THX/TTXVN) |
ເຫດແຜ່ນດິນໄຫວເກີດຂຶ້ນຢູ່ນອກຝັ່ງນະຄອນ Cebu ຂຶ້ນກັບເຂດ Visayas, ພາກກາງ ຟີລິບປິນ, ໃນເວລາປະມານ 22 ໂມງ ຕອນຄໍ່າວັນທີ 30 ກັນຍາ (ຕາມເວລາທ້ອງຖິ່ນ), ຢ່າງໜ້ອຍສຸດເຮັດໃຫ້ຕຶກອາຄານ 22 ຫຼັງຢູ່ເຂດນີ້ຖືກພັງທະລາຍ ຫຼື ເປ່ເພ.
ທ່ານ Alfie Reynes ຮອງເຈົ້າຄອງເທດສະບານ San Remigio ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 26 ຄົນ, ຜູ້ບາດເຈັບ 147 ຕົນ. ປັດຈຸບັນ, ວົງການເຈົ້າໜ້າທີ່ຂອງທ້ອງຖິ່ນ ພວມສືບຕໍ່ປະເມີນຜົນເສຍຫາຍ ແລະ ຄວາມບາດເຈັບລົ້ມຕາຍ ຕາມກົມສໍາຫຼວດທໍລະນີ ອາເມລິກາ (USGS) ແລ້ວ, ນະຄອນ Cebu ມີປະຊາກອນເກືອບ 1 ລ້ານຄົນ.
ບັນດາອົງການຕິດຕາມແຜ່ນດິນໄຫວ ຄາດຄະເນວ່າ, ເຫດແຜ່ນດິນໄຫວດັ່ງກ່າວມີຄວາມເລິກປະມານ 10 ກິໂລແມັດ, ສ້າງຄວາມສັ່ນສະເທືອນຢ່າງແຮງທີ່ສຸດແມ່ນລະດັບທີ 6.

