|
ຕອນເຊົ້າ ວັນທີ 03/06/2020 ຄະນະນຳສະຖານເອກອັກຄະລັດຖະທູດ, ນຳໂດຍສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ ເຂົ້າໄຫວ້ອາໄລ ແລະ ຂຽນໃສ່ປື້ມ ເພື່ອ ອາໄລຫາເຖິງດວງວິນຍານຂອງ ສະຫາຍ ຫວູມ້າວ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ອະດີດປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.
ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ ຢ່າງສຸດຊື້ງຕໍ່ ການຈາກໄປຂອງ ສະຫາຍ ຫວູມ້າວ, ຊຶ່ງການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍອາດີດຜູ້ນໍາທາງການເມືອງ ຜູ້ມີຄວາມປີຊາສາມາດ ແລະ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຜູ້ທີ່ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດ ສະໜິດສະໜົມຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ, ສະຫາຍ ຫວູມ້າວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.
(ຂ່າວ, ພາບ: ໂອລຳ ຈັນທະວິໄລ)
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

