ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ນຳໜ້າຄະນະປະຕິບັດງານ ຂອງສູນກາງລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະປະຈຳ ພັກນະຄອນ ຮ່າໂນ້ຍ ກ່ຽວກັບສະພາບການ, ໝາກຜົນຂອງການຜັນຂະຫຍາຍປະຕິບັດບັນດາມະຕິ, ສະຫຼຸບຂອງສູນກາງ, ວຽກງານຜັນຂະຫຍາຍກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຢູ່ທ້ອງຖິ່ນ, ການສັບຊ້ອນກົງຈັກການຈັດຕັ້ງ ຂອງທ້ອງຖິ່ນນັບທັງການໂຮມເຂົ້າກັນ, ການຮັກສາສະພາບການໃນທຸກດ້ານຢູ່ທ້ອງຖິ່ນເປັນປົກກະຕິ.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃສ່ໃຈວ່າ ໃນວິວັດການສັບຊ້ອນການຈັດຕັ້ງອຳນາດການປົກຄອງສອງຂັ້ນຢູ່ນະຄອນຫຼວງ, ສິ່ງສຳຄັນແຖວໜ້າແມ່ນຕ້ອງຮັກສາຄວາມສາມັກຄີພາຍໃນ, ເສີມຂະຫຍາຍບົດບາດນຳໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານ, ເພື່ອໃຫ້ການຜັນຂະຫຍາຍບັນລຸປະສິດທິຜົນສູງ, ທ່ານເລຂາທິການໃຫຍ່ ຖືວ່າຕ້ອງຖືເປັນສຳຄັນພິເສດວຽກງານພະນັກງານ - ນີ້ແມ່ນບັນຫາຫຼັກແຫຼ່ງຕັດສິນຜົນສຳເລັດ ໃນການປະຕິບັດວຽກງານ.

ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ສູນກາງຊີ້ນຳຢ່າງຂ້ຽວຂາດໃນຫຼາຍຂົງເຂດແຕ່ສຳລັບຮ່າໂນ້ຍ ຕ້ອງສຸມໃສ່ຢູ່ລະດັບສູງຕໍ່ສອງໜ້າທີ່: ໜຶ່ງແມ່ນສັບຊ້ອນກົງຈັກການຈັດຕັ້ງຕາມຮູບແບບອຳນາດການປົກຄອງຕົວເມືອງສອງຂັ້ນ, ທີສອງແມ່ນໜ້າທີ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ເປັນຢ່າງດີ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກບັນດາປະຖົມປັດໄຈແກ່ນສານເພື່ອນຳຮ່າໂນ້ຍພັດທະນາແບບຍືນຍົງ, ນຳໜ້າໃນການປ່ຽນແປງໃໝ່, ຮັກສາຖານະບົດບາດນຳໜ້າໃນທຸກດ້ານໃນທົ່ວປະເທດ.