ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Vyacheslav Volodin ປະທານ Duma ແຫ່ງຊາດ ລັດເຊຍ (ພາບ: VOV) |
ຕອນເຊົ້າວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Vyacheslav Volodin ປະທານ Duma ແຫ່ງຊາດ ລັດເຊຍ (ສະພາຕ່ຳ)ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ສອງສະພາແຫ່ງຊາດ ຫວຽດາມ ແລະ Duma ແຫ່ງຊາດ ສະພາແຫງ່ຊາດ ລັດເຊຍ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຢາກພັດທະນາຢ່າງຮອບດ້ານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ລັດເຊຍ, ສົມກັນເປັນຕຳແໜ່ງຂອງສອງປະເທດໃນນະໂຍບາຍການຕ່າງປະເທດຂອງກັນ ແລະ ປະຫວັດສາດການພົວພັນທີ່ດີງາມທີ່ສຸດລະຫວ່າງສອງປະເທດ.
ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ກໍ່ໃຫ້ການຕ້ອນຮັບ ປະທານ Duma ແຫ່ງຊາດ ລັດເຊຍ . ທີການຕ້ອນຮັບທ່ານປະທານປະເທດ ເລືອງເກືອງ ສະເໜີສະຫະພັນ ລັດເຊຍ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ, ພິເສດແມ່ນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສປຊ ແລະ ສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ໃນຂະນະນັ້ນ, ທີ່ການພົບປະກັບທ່ານ Vyacheslav Volodin, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Duma ແຫ່ງລັດ ລັດເຊຍໜູນຊ່ວຍການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນເພື່ອແນໃສ່ບັນລຸໄດ້ເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເຖິງ 15 ຕື້ USD ໂດຍໄວ.

