ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍກຳນົດການສຶກສາແມ່ນລັດຖະນະໂຍບາຍແຖວໜ້າເພື່ອໃຫ້ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານສະເໜີວ່າ:

“ສະມາຄົມສົ່ງເສີມການຮຽນ ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ແບບວິທີການເຄື່ອນໄຫວ, ປະກອບສ່ວນຢ່າງແທດຈິງເຂົ້າໃນເປົ້າໝາຍສ້າງສັງຄົມຮ່ຳຮຽນ, ປຸກລຸກວັດທະນະທຳການຮຽນໃນທົ່ວປວງຊົນ, ເພື່ອໃຫ້ພົນລະເມືອງທຸກຄົນ ພິເສດແມ່ນບັນດາພະນັກງານໃນລະບົບການເມືອງ ກ້າຄິດ, ກ້າເວົ້າ, ກ້າທຳ, ກ້າຮັບຜິດຊອບ, ກ້າເສຍສະຫຼະເພື່ອຜົນປະໂຫຍດລວມ. ການສົ່ງເສີມການຮຽນ, ສົ່ງເສີມຜູ້ເກັ່ງກ້າສາມາດຕ້ອງແທ້ຈິງ, ແທດຈິງ, ມຸ່ງໄປເຖິງການຍົກສູງສະມັດຕະພາບການອອກແຮງງານ, ຍົກລະດັບພຸມປັນຍາ, ສ້າງກາລະໂອກາດພັດທະນາໃຫ້ປະຊາຊົນທຸກຄົນ, ພິເສດແມ່ນເຂດຊາຍແດນ, ທະເລໝູ່ເກາະ, ເຂດພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍ, ເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກ.”

ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ສະມາຄົມສົ່ງເສີມການຮຽນ ຫວຽດນາມ ໝູນໃຊ້ການຫັນເປັນດີຈີຕອນໃນຂະບວນການສົ່ງເສີມການຮຽນ, ສົ່ງເສີມຜູ້ເກັ່ງກ້າສາມາດຢ່າງຂ້ຽວຂາດ, ສ້າງ ແລະ ທົດລອງສຳເນົາເອກະສານຮ່ຳຮຽນຕະຫຼອດຊີວິດໃນສະມາຄົມທຸກຂັ້ນ ມຸ່ງໄປເຖິງການຜັນຂະຫຍາຍໃນທົ່ວປະເທດ.