ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ ຫວຽດ​ນາມ (ວັນ​ທີ 19 ເມ​ສາ), ຕອນ​ເຊົ້າ​ວັນ​ທີ 18 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ມີ​ການ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍ​ບ້ານ, ນັ​ກ​ສິ​ລະ​ປະ​ການ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽ​ງ​ທີ່​ດີ​ເດັ່ນ ລວມ​ທັງ​ໝົດ 124 ຄົນ ທີ່​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີ​ມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ເຜົ່າ.

ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ:

“ພ້ອມ​ກັນ​ຮັກ​ສາ​ຄວາມ​ສະ​ຫງົບ​ສຸກຂອງ​ໝູ່​ບ້ານ, ປະ​ກອບ​ສ່ວນ​ສ້າງ​ສະ​ຖຽນ​ລະ​ພາບ​ຈາກ​ຂັ້ນ​ຮາກ​ຖານ. ຂ້າ​ພະ​ເຈົ້າ​ປາ​ດ​ຖະ​ໜາ​ວ່າ ພວກ​ລຸງປ້າ​ອ່າວ​ອາ​ອ້າຍ​ເອື້ອຍ ຈະ​ສືບ​ຕໍ່​ຂົນ​ຂວາຍ​ພໍ່​ແມ່​ພີ່​ນ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ກຸ້ມ​ຕ​ົນ​ເອງ, ເປັ​ນ​ເຈົ້າ​ການ​ບືນ​ຕົວ​ຂຶ້ນ, ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ, ລົບ​ລ້າງ​ບັນ​ດາ​ຮີດ​ເກົ່າ​ຄອງ​ເດີມ​ທີ່​ຫຼ້າຫຼັງ​, ສ້າງ​ການ​ດຳ​ລົງ​ຊີ​ວິດ​ສິ​ິ​ວິ​ໄລ. ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ພັດ​ທະ​ນາ​ວິ​ທີ​ຫາ​ເງິນ​ລ້ຽງ​ຊີບ, ໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ຊຸມ​ຊ​ົນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ທັງ​ຮັກ​ສາ​ສີ​ສັນ, ທັງ​ຍົກ​ສູງ​ລາຍ​ຮັບ, ຈາກ​ນັ້ນ ຈຶ່ງ​ສ້າງ​ກຳ​ລັງ​ໜູນ​ຍາວ​ນານ​ໃຫ້​ແກ່​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ. ການ​ພັດ​ທະ​ນາ​ບໍ່​ພຽງ​ແຕ່​ແມ່ນ​ມີ​ສິ່ງ​ໃໝ່​ເພີ່ມ​ເຕີມ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ທີ່​ມີ​ຢູ່​ແລ້ວ​ໃຫ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ”.