ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຄັ້ງປະຫວັດສາດກ້າວເຂົ້າສູ່ສັງກາດໃໝ່, ອັນໄດ້ວາງອອກບັນດາຄວາມຮຽກຮ້ອງຕ້ອງການໃໝ່ ກ່ຽວກັບບົດບາດຂອງ ຊາວໜຸ່ມ ແລະ ຄວາມສຳຄັນພິເສດຂອງວຽກງານຊາວໜຸ່ມ.

“ຂ້າພະເຈົ້າສະເໜີໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຂົນຂວາຍປະຊາຊົນສູນກາງ, ຄະນະໂຄສະນາສຶກສາສູນກາງ ສົມທົບກັບບັນດາສະມາຄົມ, ການຈັດຕັ້ງສະມາຊິກ, ໝູ່ຄະນະຂອງສະມາຄົມ, ຂອງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ, ສະຫະພັນຊາວໜຸ່ມ ຫວຽດນາມ ສະເໜີກົມການເມືອງ ປະກາດໃຊ້ມະຕິກ່ຽວກັບຊາວໜຸ່ມໃນສັງກາດບຸກບືນຂອງຊາດໂດຍໄວ. ກຳນົດຈຸດປະສົງ, ເປົ້າໝາຍ, ໜ້າທີ່່, ມາດຕະການຍຸດທະສາດລະດົມກຳລັງແຮງຂອງຊາວໜຸ່ມ ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບນຳປະເທດຊາດກ້າວເດີນທຽບທັນກັບບັນດາປະເທດມະຫາອຳນາດໂດຍໄວ”.

ທ່ານເລຂາທິການໃຫຍ່ຕັກເຕືອນວ່າ ຕ້ອງປ່ຽນແປງໃໝ່ຢ່າງແຮງວຽກງານຊາວໜຸ່ມ, ເຍົາວະຊົນ; ສ້າງຖັນແຖວພະນັກງານສະຫະພັນ, ຄະນະຊາວໜຸ່ມຢ່າງໝັ້ນຄົງເຂັ້ມແຂງ; ເຕົ້າໂຮມຄວາມສາມັກຄີຊາວໜຸ່ມ ຫວຽດນາມ ໃນວົງກວ້າງຢູ່ພາຍໃນ ແລະ ຕ່າງປະເທດ.

“ສຸມໃສ່ສ້າງຖັນແຖວພະນັກງານສະຫະພັນ, ຄະນະຊາວໜຸ່ມຢ່າງໝັ້ນຄົງເຂັ້ມແຂງ, ປະຈັນບານ, ຍາມໃດກໍເພື່ອຜົນປະໂຫຍດສ່ວນລວມ, ມີຄວາມສາມາດວາງແຜນກຳນົດ, ຈັດຕັ້ງບັນດາຂະບວນການປະຕິວັດໃຫ້ແທດຈິງ, ມີປະສິດທິຜົນ, ເປັນແວນແຍງອັນໃສແຈ້ງສ້າງແຫຼ່ງບັນດານໃຈ, ເຕົ້າໂຮມຊາວໜຸ່ມ, ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດຄຳຮຽກຮ້ອງຂອງວຽກງານຊາວໜຸ່ມໃນໄລຍະປະຕິວັດໃໝ່. ຄຳຮຽກຮ້ອງສຳລັບຊາວໜຸ່ມໃນສັງກາດບຸກບືນຂອງຊາດ ຕ້ອງມີຫຼາຍໜ້າທີ່ບຸກທະລຸໃນການສ້າງສາປະເທດຊາດ, ນະວັດຕະກຳ, ຫັນເປັນດີຈີຕອນ.. ດ້ວຍທ່າແຮງຂອງຊາວໜຸ່ມ”

ບຸ່ຍຮັ່ງ