ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງປະທານສະພາສູງອົດສະຕາລີ Sue Lines |
ທີ່ການຕ້ອນຮັບ, ທ່ານນາງປະທານສະພາສູງ ອົດສະຕາລີ ຢືນຢັນວ່າ: ອົດສະຕາລີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາແຫ່ງຊາດ ອົດສະຕາລີ ສະໜັບສະໜູນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ; ທ່ານນາງເນັ້ນໜັກວ່າ, ດ້ວຍການຍົກລະດັບການພົວພັນຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ອົດສະຕາລີ ແລະ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືບຸລິມະສິດ ແລະ ສຳຄັນຂອງກັນ, ສ້າງເງື່ອນໄຂເພື່ອໃຫ້ສອງຝ່າຍເສີມຂະຫຍາຍບັນດາໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້, ພ້ອມທັງເປີດກ້ວາງການຮ່ວມມືໃນຂົງເຂດໃໝ່ ໂດຍສະເພາະແມ່ນການ ປ່ຽນແປງດິນຟ້າອາກາດ, ການຫັນເປັນດິຈິຕອນ, ພະລັງງານ, ແຮ່ທາດ, ແລະ ການຮັກສາສັນຕິພາບ.
