ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດໃຫ້ແກ່ ຕຳຫຼວດນະຄອນ ໂຮ່ຈີມິນ |
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ຄະນະພັກນະຄອນ ໂຮ່ຈີມິນ ແລະ ຄະນະພັກຕຳຫຼວດສູນກາງ ສືບຕໍ່ນຳໜ້າໃນການກໍ່ສ້າງ ແລະ ປັບປຸງພັກ; ເດັດດ່ຽວຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້; ຕິດພັນກັບການເຂົ້າຮ່ວມຢ່າງຕັ້ງຫນ້າໃນການແກ້ໄຂຄວາມຫຍຸ້ງຍາກແລະອຸປະສັກກ່ຽວກັບລະບອບລະບຽບການ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສຜ່ານການຫັນເປັນດິຈິຕອລ, ເປີດກວ້າງເຂດພັດທະນາ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ທຸກການເຄື່ອນໄຫວໃນຂອບເຂດກົດໝາຍ, ປະກອບສ່ວນກໍ່ສ້າງປະເທດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຂອງບັນດາອົງການ, ສວນບຸກຄົນ, ວິສາຫະກິດ ແລະ ຜູ້ປະກອບການທັງຢູ່ພາຍໃນ ແລະຕ່າງປະເທດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຍັງສະເໜີ ຕ້ອງສ້າງນະຄອນ ໂຮ່ຈີມິນ ໃຫ້ກາຍເປັນນະຄອນສີວິໄລ, ທັນສະໄໝ, ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ; ພ້ອມກັນນັ້ນ, ຕ້ອງມີບັນດາມາດຕະການແກ້ໄຂບຸກທະລຸເພື່ອຊຸກຍູ້ນະຄອນພັດທະນາຢ່າງແຂງແຮງ, ກາຍເປັນເສົາຄ້ຳການເຕີບໂຕຂອງປະເທດ, ເປັນສູນກາງເສດຖະກິດ, ການເງິນ ແລະ ການບໍລິການຂອງອາຊີ, ເປັນຈຸດໝາຍປາຍທາງຂອງໂລກທີ່ດູດດື່ມ ແລະ ພັດທະນາທຽບເທົ່າກັບບັນດາຕົວເມືອງໃຫຍ່ໃນໂລກ .
