ນັກວິສະວະກອນ Kulman Ghising, ຫົວໜ້າອົງການພະລັງງານໄຟຟ້າ ເນປານ, ຫາກໍ່ໄດ້ຮັບການມອບໝາຍໃຫ້ເປັນຜູ້ຮັກສາການການນຳລັດຖະບານຊົ່ວຄາວ ເນປານ. ການຄັດເລືອກໄດ້ຍົກອອກມາໃນວັນທີ 11 ກັນຍາ, ພາຍຫຼັງທີ່ທ່ານເຈົ້າຄອງນະຄອນ Balen Shah, ຜູ້ທີ່ໄດ້ຮັບຖືວ່າ ເປັນຜູ້ອອກສະໝັກຕົວເກັງສຳລັບຕຳແໜ່ງການນຳລັດຖະບານຊົ່ວຄາວ ໄດ້ປະກາດປະຕິເສດເຂົ້າຮ່ວມການເລືອກຕັ້ງ. ທ່ານນາງ Sushila Karki, ຜູ້ທີ່ພວມໄດ້ຮັບການສະໜັບສະໜູນຢ່າງສູງ, ກໍຖອນຕົວອອກຈາກການແຂ່ງຂັນຄັ້ງນີ້, ໂດຍອ້າງເຫດກຜົນບັນດາຮົ້ວກີດຂວາງກ່ຽວກັບລັດຖະທຳມະນູນ ແລະ ນິຕິກຳ. ໃນຂະນະນັ້ນ, ທ່ານ Diwakar Dangal ການນຳຂອງຂະບວນການລຸ້ນ Gen Z ກໍ່ຍອມຮັບວ່າ ລຸ້ນໜຸ່ມຂອງຂະບວນການນີ້ຍັງບໍ່ທັນກຽມພ້ອມທີ່ຈະຂຶ້ນກຳອຳນາດນຳພາປະເທດຊາດ.
ທ່ານ Kulman Ghising, ຜູ້ທີ່ໄດ້ຮັບການຮັບຮູ້ວ່າ ໄດ້ຊ່ວຍຢຸດຕິສະພາວະດັບໄຟແບບໝູນວຽນໃນທົ່ວປະເທດນັ້ນ, ໄດ້ຮັບຖືວ່າ ເປັນບຸກຄົນລະດັບຊາດທີ່ມີຮູບພາບໂປ່ງໃສ ແລະ ເປັນຜູ້ຈະນຳພາປະເທດຊາດຈົນກວ່າຈະດຳເນີນການເລືອກຕັ້ງຄັ້ງໃໝ່.
