ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະໜັບສະໜູນກິດຈະການແຫ່ງການປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາປະເທດ ລາວຢ່າງແຮງ ແລະ ຮອບດ້ານ; ແບ່ງເບົາຄວາມຫຍຸ້ງຍາກກັບ ລາວ ໃນໄລຍະເກີດໂລກລະບາດໂຄວິດ - 19; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ, ນຳພາຂອງ ພັກປະຊາຊົນປະຕິວັດ ລາວ ແນ່ນອນວ່າ ປະຊາຊົນ ລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ ແລະ ໝັ້ນຄົງເຂັ້ມແຂງໄດ້ເປັນຢ່າງສຳເລັດຜົນ ແລະ ກ້າວຂຶ້ນສັງຄົມນິຍົມ.
ການພົບປະເຈລະຈາ ລະຫວ່າງສອງຝ່າຍ |
ການນຳສອງປະເທດກໍໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງມີປະສິດທິຜົນໃນບັນດາບັນຫາສາກົນ ແລະ ພາກພື້ນ, ການເຄື່ອນໄຫວຕ່າງໆໃນເວທີປາໄສຫຼາຍຝ່າຍ… ປະກອບສ່ວນຮັກສາສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ເພີ່ມທະວີການສົມທົບກັບ ກຳປູເຈຍ ໃນການປະຕິບັດຂໍ້ຕົກລົງລະຫວ່າງ ນາຍົກລັດຖະມົນຕີ 3 ປະເທດ ກ່ຽວກັບ ເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ຕັ້ງໜ້າຜັນຂະຫຍາຍແຜນການດຳເນີນງານເຊື່ອມຕໍ່ສາມພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2030. ສອງຝ່າຍຍັງຕົກລົງເຫັນດີ ຈະສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນ ແລະ ສົມທົບກັບບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃຫ້ແໜ້ນແຟ້ນ ເພື່ອຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ຍືນຍົງ; ສອງຝ່າຍກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮັບປະກັນຄວາມສະຫງົບປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ; ແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງ ຊຸກຍູ້ການປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມທັງສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ ແລະ ແທດຈິງ, ສອດຄ່ອງກັບກົດໝາຍສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

