ການພົບປະ, ເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN) |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ເຫດການນີ້ ໄດ້ສະແດງໃຫ້ເຫັນສາຍພົວພັນທີ່ໃກ້ຊິດສະໜິດສະໜົມ ແລະ ເປັນມູນເຊື້ອອັນດີງາມຂອງຄວາມສາມັກຄີແບບພິເສດ ເຊິ່ງພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ປະຊາຊົນ ລາວ; ພ້ອມທັງປາດຖະໜາວ່າ, ໄວໜຸ່ມສອງປະເທດ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດນີ້ໃຫ້ໝັ້ນແກ່ນ. ນາຍພົນຈັດຕະວາ ຫງວຽນກວັກຢວຽດ, ຜູ້ບັນຊາການກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຢັ້ງຢືນວ່າ: ກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍຊາບຊຶມນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ຍາມໃດກໍຖືສາຍພົວພັນກັບ ລາວ ແມ່ນສາຍພົວພັນແບບພິເສດ ແລະ ມີຄວາມສຳຄັນ, ພຽງແຕ່ໜຶ່ງບໍ່ມີສອງໃນການພົວພັນສາກົນ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເສີມຂະຫຍາຍນ້ຳໃຈຄວາມສາມັກຄີມິດຕະພາບແບບພິເສດ ກັບ ລາວ ແລະ ປາດຖະໜາວ່າ ລາວ ຈະຮັກສາເອກະລາດ, ອະທິປະໄຕ, ສະຖຽນລະພາບໃຫ້ໝັ້ນຄົງ ແລະ ນັບມື້ນັບພັດທະນາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

