ຟິມຮູບເງົາ “ເມືອດໍ” (ຝົນແດງ)(ພາບ: Galaxy Studio)
|
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025), ຕອນຄ່ຳວັນທີ 09 ກັນຍາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO), ໄດ້ຈັດການສາຍຟິມຮູບເງົາ “ເມືອດໍ” (ຝົນແດງ) ໃຫ້ຄະນະກົງສູນປະຈຳນະຄອນ ໂຮ່ຈີມິນ ແລະ ບັນດານັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບໍລິເວນນະຄອນຮັບຊົມ.
ການເຄື່ອນໄຫວກໍ່ເພື່ອຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວ ຫວຽດນາມ; ເຈດຈຳນົງອົງອາດກ້າແກ່ນ, ພິລະອາດຫານ ແລະ ຄວາມຄາດຫວັງສັນຕິພາບຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຢ່າງຍືດເຍື້ອຍາວນານຍາດເອົາເອກະລາດມາໃຫ້ຊົນຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ຜ່ານນັ້ນ, ກໍ່ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນນະຄອນ ກັບປະຊາຄົມຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກ, ຮ່ຳຮຽນຢູ່ບໍລິເວນນະຄອນ.

