ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV) |
ເປັນຄັ້ງທຳອິດທີ່ມີບັນດາກຳລັງເຂົ້າຮ່ວມການເດີນສວນສະໜາມທາງທະເລ ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ, ນີ້ແມ່ນຂໍ້ມູນໂດຍ ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ໃນການພົບປະກັບສື່ມວນຊົນໃນວັນທີ 19 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 – 21/06/2025). ຕາມນັ້ນແລ້ວ, ພິທີເດີນສວນສະໜາມທາງທະເລ ຈະມີການເຂົ້າຮ່ວມຂອງກຳລັງທະຫານເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນທາງທະເລ, ກຳລັງກວດກາການປະມົງ, ກຳລັງທະຫານຮາບ ເຂົ້າຮ່ວມກການປົກປັກຮັກສາອະທິປະໄຕ ທະເລໝູ່ເກາະ… ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ ປະເທດພວມກະກຽມສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ໂອກາດນີ້ກໍ່ກົງກັບ 80 ປີແຫ່ງວັນສ້າງຕັ້ງກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ. ດັ່ງນັ້ນ, ຫວຽດນາມ ຈະເຊີນບັນດາປະເທດເພື່ອນມິດເຂົ້າຮ່ວມການເດີນສວນສະໜາມ: 80 ປີແຫ່ງວັນຊາດ, ພວກຂ້າພະເຈົ້າກໍ່ຈະເຊີນປະເທດເພື່ອນມິດຈຳນວນໜຶ່ງ ເຊິ່ງແມ່ນຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນ, ອຸທິດສ່ວນໃຫ້ແກ່ຊົນຊາດ ຫວຽດນາມ ເພື່ອການປົດປ່ອຍຊາດ, ຍາດເອົາຄວາມສັນຕິພາບ, ຄວາມອີ່ມໜຳສຳລານສົມບູນພູນສຸກ, ຄວາມເສລີພາບມາໃຫ້ແກ່ຊາດ ຫວຽດນາມ ຄືນນັ້ນ ເຂົ້າຮ່ວມການເດີນສະໜາມຄັ້ງນີ້. ບໍ່ຫຼາຍ, ແຕ່ກໍ່ແມ່ນຂີດໝາຍທີ່ເຂັ້ມແຂງ, ຢັ້ງຢືນວ່າ ເພື່ອນມິດໃນໂລກມີຄວາມເຄົາລົບ ນັບຖືຕໍ່ປະເທດ ຫວຽດນາມ.

