ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

64 ຜົນງານສື່ມວນຊົນດີເດັ່ນໃນຈຳນວນບົດເຂົ້າຮ່ວມການເສັງ 3.500 ບົດ ມີຄວາມເປັນກຽດໄດ້ຮັບການຍ້ອງຍໍເຊີດຊູຢູ່ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ຄັ້ງທີ 4 (ລາງວັນ ຢຽນຮົ່ງ) ຈັດຂຶ້ນໃນຕອນຄ່ຳວັນທີ 18 ທັນວາ ຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ດ້ວຍຫົວຂໍ້ “80 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດ ຫວຽດນາມ”, ລາງວັນ ຢຽນຮົ່ງ ປີນີ້ໄດ້ຮັບຫຼາຍຜົນງານສື່ມວນຊົນທີ່ມີການລົງທຶນຢ່າງພິຖິພິຖັນ, ລະອຽດ, ໃໝ່ອ່ຽມ, ມີຫົວຄິດປະດິດສ້າງ, ມີຜົນກະທົບແຜ່ກະຈາຍຢ່າງເລິກເຊິ່ງກວ້າງຂວາງໃນຊີວິດສັງຄົມ, ໄດ້ຮັບການຕ້ອນຮັບຈາກຜູ້ອ່ານ ແລະ ຕີລາຄາສູງຈາກຄະນະກຳມະການ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ພິເສດ, ສື່ມວນຊົນຕ້ອງແຜ່ກະຈາຍຢ່າງແຮງສຳລັບຄວາມຕັດສິນໃຈໃໝ່, ບັນຍາກາດໃໝ່ໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໃນການຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16, ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.

ວິທະຍຸກະຈາຍສຽງຫວຽດນາມ ຄວ້າໄດ້ສອງລາງວັນ, ລວມມີ ລາງວັນ A ກ່ຽວກັບບົດສາລະຄະດີ “ເພື່ອໃຫ້ລະບອບລະບຽບການກາຍເປັນທ່າໄດ້ປຽບແກ້ງແຍ້ງ” ຂອງກຸ່ມນັກຂ່າວ ພະແນກຂ່າວ (VOV1) ແລະ ລາງວັນ C ດ້ວຍບັນດາບົດຂຽນ “ສະພາແຫ່ງຊາດສືບຕໍ່ວິວັດການຢຶດໝັ້ນ, ມີຄວາມຄິດປະດິດສ້າງ ແລະ ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ” ຂອງກຸ່ມນັກຂ່າວສື່ເອເລັກໂຕນິກ ວິທະຍຸກະຈາຍສຽງຫວຽດນາມ.