ປະຈຸບັນມີຜູ້ອອກແຮງງານ ຫວຽດນາມ ປະມານ 1.300 ຄົນພວມເຮັດວຽກຢູ່ ເກຼັກ(ພາບປະກອບ: ສະຖານທູດ ຫວຽດນາມ ປະຈຳ ເກຼັກ)
|
ແຕ່ວັນທີ 11 – 15 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ຈັດກອງປະຊຸມສຳມະນາ “ເປີດອອກແງ່ຫວັງ: ແຮງງານ ຫວຽດນາມ ມີສີມືອາຊີບສູງ, ມາດຕະການຍຸດທະສາດສຳລັບຕະຫຼາດແຮງງານ ເກຼັກ”, ພ້ອມກັບການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບບັນດາຄູ່ຮ່ວມມື ເກຼັກ ຢູ່ນະຄອນຫຼວງ Athens ແລະ ນະຄອນ Thessaloniki.
ຕາມຕົວເລກສະຖິຕິຂອງກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງພາຍໃນ ຫວຽດນາມ ແລ້ວ, ປະຈຸບັນ, ມີຜູ້ອອກແຮງງານ ຫວຽດນາມ ປະມານ 800.000 ຄົນພວມເຮັດວຽກຢູ່ 40 ປະເທດ ແລະ ເຂດແຄ້ວນ, ດ້ວຍ 30 ກຸ່ມອາຊີບທີ່ແຕກຕ່າງກັນ. ສະເພາະຢູ່ ເກຼັກ, ນັບແຕ່ທ້າຍປີ 2023 ມາຮອດປະຈຸບັນມີຜູ້ອອກແຮງງານ ຫວຽດນາມ ປະມານ 1.300 ຄົນພວມເຮັດວຽກຢູ່ທີ່ນີ້.
ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຼັກ ເນັ້ນໜັກວ່າ ຫວຽດນາມ ພວມມຸ່ງໄປເຖິງການພັດທະນາກຳລັງຜູ້ອອກແຮງງານເຕັກນິກມີສີມືສູງ ເພື່ອຕອບສະໜອງຄວາມຕ້ອງການພັດທະນາຂອງປະເທດຊາດ ແລະ ຍູ້ແຮງວຽກງານສົ່ງຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ, ໃນນັ້ນມີຕະຫຼາດ ເອີລົບ ເວົ້າລວມ ແລະ ເກຼັກ ເວົ້າສະເພາະ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

