ພາບປະກອບ: THX/TTXVN

ມາຮອດປັດຈຸບັນ, EU ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຢູແກຼນຈຳນວນເງິນກ່ວາ 130 ຕື້ ເອີໂຣ. ບ້ວງເງິນໜູນຊ່ວຍນີ້ບໍ່ພຽງແຕ່ແນໃສ່ຮັກສາດ້ານການເງິນຂອງຢູແກຼນ ໃຫ້ເປັນປົກກະຕິເທົ່ານັ້ນ ຫາກຍັງ ຊ່ວຍໃຫ້ປະເທດນີ້ຊື້ວັດຖຸອຸປະກອນການທະຫານທີ່ຈຳເປັນອີກດ້ວຍ. ທ່ານ Antonio Costa ປະທານສະພາເອີລົບ ເນັ້ນໜັກວ່າ EU ຈະສືບຕໍ່ຮຽງບ່າຮຽງໄຫຼ່ກັບຢູແກຼນ, ສະໜອງທຸກການໜູນຊ່ວຍທີ່ຈຳເປັນໃຫ້ແກ່ປະເທດນີ້. ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ ຢູແກຼນຈະກາຍເປັນສະມາຊິກຂອງ EU ໃນໄລຍະໃກ້ໆນີ້.

ເພື່ອໜູນຊ່ວຍຢູແກຼນ, EU ໃຫ້ຄຳໝັ້ນສັນຍາສະໜອງອາວຸດ, ລູກປຶນ ແລະ ວັດຖຸອຸປະກອນການທະຫານຕ່າງໆຕື່ມອີກ. ພ້ອມທັງ, EU ຢັ້ງຢືນຈະສວມບົດບາດສຳຄັນໃນວິວັດການສ້າງຢູແກຼນຄືນໃໝ່, ໜູນຊ່ວຍການຟື້ນຟູພື້ນຖານເສດຖະກິດ ແລະ ພື້ນຖານໂຄງລ່າງຂອງປະເທດນີ້ ແລະ ສືບຕໍ່ຈັດວາງຄຳສັ່ງລົງໂທດຢ່າງແຮງສຳລັບລັດເຊຍ.