ທຸງສະຫະພາບເອີຣົບຢູ່ຄະນະກຳມະການເອີຣົບ ທີ່ ບຣຸກແຊນ, ແບນຊິກ (ພາບ: REUTERS/Yves Herman)

EU ໃຫ້ຮູ້ວ່າ ແຜນການກັກຕຸນດັ່ງກ່າວ ແມ່ນເພື່ອແນໃສ່ຮັບປະກັນລັກສະນະຕໍ່ເນື່ອງຂອງບັນດາປະເພດເຄື່ອງຂອງຫຼັກແຫຼ່ງ ເມື່ອເກີດວິກິດການເຊັ່ນ ໄຟດັບໃນວົງກວ້າງ, ໄພພິບັດທຳມະຊາດ, ການປະທະກັນ ຫຼື ໂລກລະບາດ. ແຜນການດັ່ງກ່າວລວມມີການສ້າງເຄືອຂ່າຍລະຫວ່າງບັນດາປະເທດ ເພື່ອແນໃສ່ປະສານສົມທົບບັນດາສາງກັກຕຸນໄດ້ເປັນຢ່າງດີກວ່າ ຜ່ານນັ້ນ ກໍເພີ່ມທະວີກຳລັງຄວາມສາມາດໃນການເກັບກັກຕຸນໃນລະດັບທົ່ວ ເອີຣົບ.

ກ່ອນໜ້ານັ້ນ, ເມື່ອເດືອນມີນາ, ອີຢູ ໄດ້ແຈ້ງເຕືອນວ່າ ແຕ່ລະຄອບຄົວຄວນມີ “ກ່ອງຄົງຊີບ” ພຽງພໍໃນເວລາ 3 ວັນ, ລວມມີ, ນ້ຳ, ສະບຽງອາຫານ ແລະ ໄຟສາຍ ເພື່ອນຳໃຊ້ໃນກໍລະນີສຸກເສີນ.