ວັນທີ 24 ທັນວາ, ສະຫະພາບ ເອີລົບ (EU), ຝລັ່ງ ແລະ ເຢຍລະມັນ ໄດ້ພ້ອມກັນຄັດຄ້ານເລື່ອງ ອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຈັດວາງຄຳສັ່ງຫ້າມອອກວິຊາສຳລັບ ພົນລະເມືອງເອີລົບ 5 ຄົນ, ໃນນັ້ນມີທ່ານ Thierry Breton ອະດີດກຳມະການກ່ຽວກັບຕະຫຼາດພາຍໃນຂອງ EU, ບັນດານັກເຄື່ອນໄຫວຈາກອົງການ HateAid ຂອງເຢຍລະມັນ ແລະ ສູນຕ້ານຄວາມກຽດຊັງທາງ ດີຈີຕອນ (CCDH). ຝ່າຍອາເມລິກາ ກ່າວຫາບັນດາບຸກຄົນນີ້ໄດ້ຊຸກຍູ້ການກວດກາສິດເສລີໃນການປາກເວົ້າ ຫຼື ເລັ່ງເປົ້າໝາຍທີ່ບໍ່ມີຄວາມຍຸຕິທຳ ໃສ່ບັນດາກຸ່ມບໍລິສັດເຕັກໂນໂລຢີ ອາເມລິກາ ຜ່ານບັນດາຂໍ້ກຳນົດດ້ານກົດໝາຍທີ່ເຄັ່ງຄັດ. ໂດຍມີຍປະຕິກິລິຍາຕໍ່ການກະທຳນີ້ຂອງ ອາເມລິກາ, EU ໄດ້ກ່າວເຕືອນຈະມີການກະທຳໂຕ້ຕອບ “ໂດຍໄວ ແລະ ຂ້ຽວຂາດ”. ຈາກຝລັ່ງ, ທ່ານປະທານາທິບໍດີ Emmanuel Macron ຖືວ່າບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແມ່ນເພື່ອເຮັດໃຫ້ອະທິປະໄຕດ້ານດີຈີຕອນຂອງ ເອີລົບອ່ອນແອລົງ, ພ້ອມທັງເນັ້ນໜັກວ່າ ໝວດກົດໝາຍການບໍລິການດີຈີຕອນ (DSA) ຂອງ EU ໄດ້ຮັບການຮັບຮອງເອົາຢ່າງມີປະຊາທິປະໄຕ ເພື່ອຮັບປະກັນສະພາບແວດລ້ອມທາງອອນໄລທີ່ປອດໄພ ແລະ ມີຄວາມຍຸຕິທຳ. ໃນຂະນະນັ້ນ, ກະຊວງຍຸຕິທຳ ເຢຍລະມັນ ເນັ້ນໜັກວ່າ ບັນດາຄຳສັ່ງຫ້າມນີ້ ແມ່ນບໍ່ສາມາດຍອມຮັບໄດ້.
EU, ຝລັ່ງ, ເຢຍລະມັນຄັດຄ້ານເລື່ອງ ອາເມລິກາ ຫ້າມອອກວິຊາສຳລັບບັນດາຜູ້ຄຸ້ມຄອງເຕັກໂນໂລຢີ ເອີລົບ
(VOVWORLD) - ຈາກຝລັ່ງ, ທ່ານປະທານາທິບໍດີ Emmanuel Macron ຖືວ່າບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແມ່ນເພື່ອເຮັດໃຫ້ອະທິປະໄຕດ້ານດີຈີຕອນຂອງ ເອີລົບອ່ອນແອລົງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
