ທຸງສະຫະພາບເອີຣົບ ຢູ່ ບຣຸກແຊນ, ແບນຊິກ (ພາບ: REUTERS/Yves Herman)

ຕາມແຈ້ງການຂອງສະພາແລ້ວ, ບັນດາມາດຕະການລົງໂທດຕາມຂົງເຂດ, ໂດຍ EU ຈັດວາງຄັ້ງທຳອິດເມື່ອປີ 2014 ແລະ ເປີດກວ້າງຫຼາຍພໍສົມຄວນພາຍຫຼັງເດືອນ ກຸມພາ 2022, ລວມມີບັນດາຂໍ້ຈຳກັດທີ່ເລິກເຊິ່ງ ແລະ ກວ້າງຂວາງໃນບັນດາຂົງເຂດການຄ້າ, ການເງິນ, ພະລັງງານ, ເຕັກໂນໂລຢີ ແລະ ສິນຄ້າໃຊ້ໄດ້ສອງຢ່າງ, ອຸດສາຫະກຳ, ການຂົນສົ່ງ ກໍຄືສິນຄ້າຫຼູຫຼາລາຄາແພງ. EU ຢັ້ງຢືນວ່າ ຈະຮັກສາບັນດາມາດຕະການນີ້ຈົນຮອດເມື່ອ ມົດສະກູ ມີການກະທຳໃດໜຶ່ງ, ພ້ອມທັງໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຈັດວາງບັນດາມາດຕະການເພີ່ມເຕີມ ຖ້າມີຄວາມຈຳເປັນ. ໃນແຈ້ງການກໍໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ EU ໃນການສືບຕໍ່ໜູນຊ່ວຍ ຢູແກຼນ.

ໃນຂະນະນັ້ນ, ເມື່ອກ່າວຄຳເຫັນກ່ຽວກັບໝາກຜົນການເຈລະຈາຢູ່ Miami, ອາເມລິກາ, ລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ທີ່ໄດ້ສິ້ນສຸດໃນທ້າຍອາທິດຜ່ານມາ, ທ່ານ Sergey Ryabkov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ວິວັດທະນາການດຳເນີນການເຈລະຈາຍັງ “ຊັກຊ້າຢູ່”. ພ້ອມທັງເນັ້ນໜັກວ່າ ຍັງມີຫຼາຍບັນຫາຄົງຄ້າງ ທີ່ຍັງບໍ່ທັນເຮັດແຈ້ງເທື່ອ, ໃນນັ້ນ ມີການດັດປັບຈຳນວນໜຶ່ງ ໂດຍ ຢູແກຼນ ແລະ ບັນດາປະເທດຝ່າຍຕາເວັນຕົກສະເໜີ ແຕ່ບໍ່ທັນເໝາະສົມກັບຫຼັກໝັ້ນຂອງ ລັດເຊຍ.

ມິງເຟື້ອງ - ນັກຂ່າວ VOV ປະຈຳ ລັດເຊຍ