(ພາບ: REUTERS/Steve Marcus) |
ຄະນະກຳມະການ ເອີລົບ (EC) ຫາກໍ່ປະກາດປັບໄໝລົງໂທດ Google ດ້ວຍຈຳນວນເງິນ 2,95 ຕື້ເອີໂຣ ດ້ວຍເຫດຜົນກຸ່ມບໍລິສັດເຕັກໂນໂລຊີ ອາເມລິກາ ແຫ່ງນີ້ ໄດ້ສວຍໃຊ້ທີ່ຕັ້ງແຖວໜ້າໃນຂົງເຂດໂຄສະນາທາງອອນໄລ. ນີ້ແມ່ນໜຶ່ງໃນການປັບໄໝໜັກໜ່ວງທີ່ສຸດ ຊຶ່ງ EU ໄດ້ຈັດວາງສຳລັບບັນດາບໍລິສັດໃຫ່ຍດ້ານເຕັກໂນໂລຊີ.
ໃນແຈ້ງການປະກາດເມືອ່ວັນທີ 5 ກັນຍາ, EC ຖືວ່າ Google ໄດ້ສວຍໃຊ້ລະບົບຊີວະພາບໂຄສະນາຄົບວົງຈອນຂອງຕົນ ເພື່ອດັບສູນການແກ່ງແຍ້ງ ແລະ ກໍ່ຜົນເສຍຫາຍໃຫ້ແກ່ຕະຫຼາດ.
ຝ່າຍ Google ໄດ້ຄັດຄ້ານໃນທັນທີ. ທ່ານນາງ Lee-Anne Mulholland, ຮອງປະທານຮັບຜິດຊອບດ້ານກົດໝາຍ ໄດ້ປະກາດວ່າຈະຄັດຄ້ານກັບຄຳຕັດສິນດັ່ງກ່າວ ແລະ ຖືສິ່ງນີ້ແມ່ນ “ຄຳຕັດສິນທີ່ໄຮ້ເຫດຜົນ” ພ້ອມທັງກ່າວເຕືອນວ່າ ມັນອາດຈະກໍ່ໃຫ້ເກີດຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ເອີລົບ ນັບພັນແຫ່ງ ພວມອີງໃສ່ເຄື່ອງມືການໂຄສະນາທາງອອນໄລ.
