ວັນທີ 15 ກັນຍາ, ເວທີປາໄສແມ່ຂອງ-ສ.ເກົາຫຼີ ຄັ້ງທີ 13 ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ. ເຫດການໂດຍສະຫະສະມາຄົມການຄ້າສາກົນ ສ.ເກົາຫຼີ (KITA) ສົມທົບກັບສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຂຶ້ນ ໂດຍມີການໜູນຊ່ວຍຂອງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ສ.ເກົາຫຼີ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ເຈິ່ນທິຢ້ຽວຖຸຍ, ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ່ຈິມິນ ເນັ້ນໜັກວ່າ:

ເພື່ອໃຫ້ກົນໄກ ແມ່ຂອງ-ສ.ເກົາຫຼີ ເສີມຂະຫຍາຍບົດບາດໃນການເຕີບໂຕເສດຖະກິດພາກພື້ນນັ້ນ, ເວທີປາໄສຕ້ອງກາຍເປັນສະຖານທີ່ເຊື່ອມຕໍ່, ໜູນຊ່ວຍວິສາຫະກິດບັນດາປະເທດສະມາຊິກຍາດແຍ່ງບັນດາຄວາມກ້າວໜ້າຂອງວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສາມາດຫັນປ່ຽນ, ດັບປັບຢ່າງວ່ອງໄວ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ່າເຂົ້າໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ. ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ພື້ນຖານໂຄງລ່າງ, ນະໂຍບາຍ ແລະ ຊັບພະຍາກອນມະນຸດ ເພື່ອໃຫ້ບັນດາແນວຄວາມຄິດຮ່ວມມື, ບັນດາຂໍ້ລິເລີ່ມຢູ່ເວທີປາໄສ ປະກົດຜົນເປັນຈິງໂດຍໄວ.