ສັບປະດານະວັດຕະກຳ ແລະ ເລີ່ມຕົ້ນທຸລະກິດນະຄອນ ໂຮ່ຈີມິນ ປີ 2024
(ພາບ: TTXVN)

ໃນທ່າອ່ຽງເລີ່ມຕົ້ນທຸລະກິດ ແລະ ນະວັດຕະກຳໃນທົ່ວໂລກ, ຮູບແບບມະຫາວິທະຍາໄລເລີ່ມຕົ້ນທຸລະກິດໄດ້ຮັບການສົ່ງເສີມສ້າງຕັ້ງເພື່ອແນໃສ່ຍົກສູງຄຸນນະພາບເລີ່ມຕົ້ນທຸລະກິດ, ພັດທະນາລະບົບເລີ່ມຕົ້ນທຸລະກິດ, ໃນຂອບເຂດສັບປະດານະວັດຕະກຳ ແລະ ເລີ່ມຕົ້ນທຸລະກິດນະຄອນ ໂຮ່ຈີມິນ ປີ 2024, ຈັດຂຶ້ນໃນວັນທີ 17 ທັນວາ.

ແບ່ງປັນທີ່ເວທີປາໄສ, ບັນດານັກຊ່ຽວຊານລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ບັນດາມະຫາວິທະຍາໄລບໍ່ພຽງແຕ່ຢຸດຢູ່ໃນການສິດສອນ ແລະ ຄົ້ນຄວ້າເທົ່ານັ້ນ, ຫາກຍັງກາຍເປັນສູນນະວັດຕະກຳ, ຂົວເຊື່ອມຕໍ່ພູມປັນຍາ ແລະ ພຶດຕິກຳຕົວຈິງອີກດ້ວຍ, ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ໃນສະພາບເສດຖະກິດ - ສັງຄົມພັດທະນາຄືຢູ່ ຫວຽດນາມ, ບັນດາມະຫາວິທະຍາໄລມີໂອກາດຫຼາຍຢ່າງເພື່ອສ້າງມະຫາວິທະຍາໄລເລີ່ມຕົ້ນທຸລະກິດ, ສ້າງລະບົບນິເວດເລີ່ມຕົ້ນທຸລະກິດພັດທະນາ ແລະ ຍືນຍົງ.