(ທີ່ເວທີປາໄສ) |
ວັນທີ 18 ທັນວາ, ຢູ່ ຮ່າໂນ້ຍ, ວາລະສານພະນັກງານທົດແທນ ຫວຽດນາມ ສົມທົບກັບຫົວໜ່ວຍກ່ຽວຂ້ອງຈຳນວນໜຶ່ງ ຈັດເວທີປາໄສລະບົບແຈກຢາຍ LNG ທົ່ວໂລກ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ.
ທີ່ເວທີປາໄສ, ບັນດາຫົວເລື່ອງສະເພາະກ່ຽວກັບບັນດາບັນຫາແກ່ນສານຂອງສະພາບຕະຫຼາດ LNG, ທ່າອ່ຽງພັດທະນາທົ່ວໂລກ ແລະ ຄວາມສາມາດຂອງ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ LNG ສາກົນ ຈະໄດ້ປຶກສາຫາລືຢ່າງລະອຽດ. ບັນດານັກຊ່ຽວຊານສາກົນ ແລະ ຜູ້ຕາງໜ້າວິສາຫະກິດຈະສະເໜີບັນດາແງ່ມູມສັງເກດຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບທ່າອ່ຽງໃນອະນາຄົດ, ສະເໜີບັນດາມາດຕະການການເງິນມີໄຫວພິບ ແລະ ບັນດາກົນໄກຮ່ວມມືພາກລັດ - ເອກະຊົນ ເພື່ອດຶງດູດການລົງທຶນສາກົນເຂົ້າ ຫວຽດນາມ.
ເວທີປາໄສໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການກຳນົດຍຸດທະສາດພະລັງງານແຫ່ງຊາດ ແລະ ຢືນຢັນບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າພະລັງງານພາກພື້ນ ແລະ ສາກົນ. ດ້ວຍຄວາມສາມາດບົ່ມຊ້ອນເຕີບໂຕຢ່າງກະໂດດຂັ້ນຂອງຕະຫຼາດ LNG, ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດຢ່າງໃຫຍ່ຫຼວງເພື່ອຂຸດຄົ້ນທ່າແຮງໃນລະບົບສະໜອງ LNG ທົ່ວໂລກ.

