ວັນທີ 15 ທັນວາ, ໜັງສືພິມ Le Monde (ຝລັ່ງ) ໄດ້ຄັດສະເໜີຄຳເວົ້າຂອງວົງການເຈົ້າໜ້າທີ່ທ້ອງຖິ່ນ ໂດຍສະແດງຄວາມວິຕົກກັງວົນ ຈະມີຜູ້ເສຍຊີວິດນັບພັນຄົນ ພາຍຫຼັງພາຍຸ ພັດຖະຫຼົ່ມຜ່ານດິນແດນໝູ່ເກາະ Mayotte ຂອງຝລັ່ງຢູ່ ມະຫາສະໝຸດອິນເດຍເຊິ່ງຈະກໍ່ຜົນເສຍຫາຍຢ່າງໜັກໜ່ວງທີ່ບໍ່ເຄີຍມີມາກ່ອນໃນໄລຍະ 90 ປີຜ່ານມາ.
ທ່ານ Xavier-Bieuville ເຈົ້າແຂວງ François ໄດ້ແບ່ງປັນຜ່ານວິທະຍຸກະຈາຍສຽງທ້ອງຖິ່ນ Mayotte la Première ວ່າການສະຖິຕິຢ່າງຊັດເຈນຈຳນວນຄົນເສຍຊີວິດກໍ່ປະສົບກັບຄວາມຫຍຸ້ງຍາກຍ້ອນ ປະຊາຊົນສ່ວນຫຼາຍຖືສາສະໜາອິດສະລາມ, ຕາມຮີດຄອງປະເພນີທີ່ເປັນມູນເຊື້ອຕ້ອງຝັງສົບຄົນເສຍຊີວິດໃນເວລາ 24 ຊົ່ວໂມງ. ຕາມການລາຍງານຈາກໂຮງໝໍທ້ອງຖິ່ນແລ້ວ, ນອກຈາກ 14 ຄົນທີ່ໄດ້ຢັ້ງຢືນວ່າເສຍຊີວິດແລ້ວ, ປັດຈຸບັນມີ 9 ຄົນໃນອາການເຈັບສາຫັດ ແລະ 245 ຄົນໄດ້ຮັບບາດເຈັບ. ພາຍຫຼັງທຳລາຍ Mayotte,ພາຍຸ Chido ໄດ້ພັດຖະຫຼົ່ມເຂົ້າ ໂມຊຳບິກ ເຊິ່ງແມ່ນສະຖານທີ່ບັນດາເຈົ້າໜ້າທີ່ກ່າວເຕືອມມີປະຊາຊົນປະມານ 2,5 ລ້ານຄົນອາດຈະຖືກຜົນສະທ້ອນ.
