(ພາບ: REUTERS/TTXVN) |
ວັນທີ 13 ທັນວາ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ປະກາດແຕ່ງຕັ້ງທ່ານ Francois Bayrou ເປັນນາຍົກລັດຖະມົນຕີ, ມອບໃຫ້ນັກການເມືອງທີ່ມີປະສົບການນີ້ ໜ້າທີ່ນຳປະເທດຊາດຫລຸດພົ້ນອອກຈາກວິກິດການດ້ານການເມືອງໃຫ່ຍທີ່ສອງໃນຮອບເວລາ 6 ເດືອນຜ່ານມາ. ທ່ານ Bayrou, ອາຍຸ 73 ປີ, ເປັນນາຍົກລັດຖະມົນຕີຄົນທີ 3 ໄດ້ຮັບການແຕ່ງຕັ້ງໃນອຳນາດການປົກຄອງຂອງທ່ານປະທານາທິບໍດີ Emmanuel Macron ໃນປີນີ້. ບຸລິມະສິດຂອງທ່ານ Bayrou, ພັນທະມິດໃກ້ຊິດຂອງທ່ານ Macron, ຈະແມ່ນງົບປະມານແຫ່ງລັດປີ 2025. ເລື່ອງສະພາແຫ່ງຊາດ ຄັດຄ້ານຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດປີ 2025 ໄດ້ພາໄປເຖິງການລົ້ມລະລາຍຂອງລັດຖະບານຂອງອະດີດນາຍົກລັດຖະມົນຕີ Michel Barnier.
ກ່າວຄຳເຫັນທີ່ພິທີມອບຮັບຕຳແໜ່ງ ກັບທ່ານອະດີດນາຍົກລັດຖະມົນຕີ Michel Barnier, ທ່ານນຍົກລັດຖະມົນຕີຄົນໃໝ່ Bayrou ໃຫ້ຮູ່ວ່າ, ທ່ານມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຂອບຂະໜາດຂອງບັນດາບັນຫາດ້ານການເງິນ ແລະ ການເມືອງຢູ່ປະເທດ ຝະລັ່ງ, ທ່ານປຽບທຽບລະດັບຂາດດຸນງົບປະມານປະຈຸບັນແມ່ນໜ້າທີ່ “ຜ່ານຜ່າເຂດພູ Himalaya”.
