ທ່ານປະທານ Fed Jerome Powell (ພາບ: Reuters) |
ວັນທີ 17 ກັນຍາ, ຕາມເວລາທ້ອງຖິ່ນທະນາຄານກາງ ສະຫະລັດ ອາເມລິກາ (FED), , ໄດ້ຕັດສິນໃຈຫຼຸດ ອັດຕາດອກເບ້ຍ ລົງ 0,25 ຈຸດສ່ວນຮ້ອຍ. ນີ້ແມ່ນຄັ້ງທຳອິດທີ່ອົງການນີ້ຫຼຸດອັດຕາດອກເບ້ຍລົງນັບແຕ່ເດືອນທັນວາ ປີ 2024. ພາຍຫຼັງກອງປະຊຸມນະໂຍບາຍໃນວັນທີ 16 – 17 ກັນຍາ, ຄະນະກຳມະການຕະຫຼາດເປີດ ສະຫະລັດ ໄດ້ປະກາດຫຼຸດອັດຕາດອກເບ້ຍພື້ນຖານ 0,25 ຈຸດສ່ວນຮ້ອຍລົງ ລະດັບ 4 – 4,25 ຈຸດສ່ວນຮ້ອຍ. ຄັ້ງຫຼ້າສຸດ ອົງການນີ້ຫຼຸດອັດຕາດອກເບ້ຍລົງແມ່ນເດືອນທັນວາ ປີ 2024 ດ້ວຍລະດັບ 0,25 ຈຸດສ່ວນຮ້ອຍ. ໃນແຈ້ງການພາຍຫລັງກອງປະຊຸມ, ຄະນະກຳມະການຕະຫຼາດເປີດ ສະຫະລັດ ສືບຕໍ່ພັນລະນາການເຕີບໂຕເສດຖະກິດໄດ້ຊ້າລົງ, ພ້ອມທັງເພີ່ມເຕີມວ່າ ຄວາມໄວໃນການສ້າງວຽກເຮັດງານທຳ ຫຼຸດລົງໃນຂະນະທີ່ ໄພເງິນເຟີ້ຂຶ້ນສູງ ເຮັດໃຫ້ ເປົ້າໝາຍຄວບຂອງ Fed ແມ່ນ ຮັກສາລາຄາເປັນປົກກະຕິ ແລະ ສ້າງວຽກເຮັດງານທຳໃຫ້ໄດ້ຫຼາຍທີ່ສຸດນັ້ນ ຕົກເຂົ້າສູ່ສະພາບການຂັດແຍ້ງກັນ. ພ້ອມກັບການຕັດສິນຫຼຸດ ອັດຕາດອກເບ້ຍລົງ 0,25ຈຸດສ່ວນຮ້ອຍ, Fed ກໍ່ຄາດວ່າຈະມີສອງການຫຼຸດຜ່ອນອັດຕາດອກເບ້ຍຕື່ມອີກ 2 ຄັ້ງໃນປີ 2025 ແລະ ອີກຄັ້ງໜຶ່ງໃນປີ 2026.

