ທະນາຄານກາງສະຫະລັດ ອາເມລິກາ (FED) ໄດ້ຕັດສິນໃຈຫຼຸດອັດຕາດອກເບ້ຍອອກ 0,25%, ນຳດອກເບ້ຍຢູ່ປະເທດນີ້ລົງໃນຂອບເຂດ 4,25 – 4,50%. ນີ້ແມ່ນຄັ້ງທີ 3 ຢ່າງລຽນຕິດທີ່ FED ຜ່ອນຜັນນະໂຍບາຍເງິນຕາໃນປີນີ້, ຍົກຍອດລະດັບການຫຼຸດອັດຕາດອກເບ້ຍນັບແຕ່ເດືອນກັນຍາມາຮອດປັດຈຸບັນຂຶ້ນເປັນ 1 ຄະແນນ%.

ໃນຖະແຫຼງການນະໂຍບາຍ, FED ໄດ້ຕີລາຄາວ່າ ບັນດາການເຄື່ອນໄຫວດ້ານເສດຖະກິດຂອງອາເມລິກາ ສືບຕໍ່ເປີດກວ້າງດ້ວຍຄວາມໄວທີ່ໝັ້ນແກ່ນ, ຂະນະທີ່ອັດຕາຜູ້ວ່າງງານຢູ່ລະດັບຕ່ຳ ແລະ ໄພເງິນເຟີ້ຍັງຢູ່ລະດັບສູງກ່ວາເປົ້າໝາຍ 2%. ພ້ອມທັງ, ອອກສັນຍານກ່ຽວກັບຄວາມສາມາດໃນການຫຼຸດອັດຕາດອກເບ້ຍໃນປີ 2025 ຈະຊັກຊ້າລົງ.

ມີບາງທະນາຄານຢູ່ບັນດາປະເທດໄດ້ມີບັນດາປະຕິກິລິຍາ ກ່ຽວກັບການຕັດສິນຂອງ FED. ອົງການເງິນຕາ ຮົງກົງ (ຈີນ) ໄດ້ຫຼຸດອັດຕາດອກເບ້ຍພື້ນຖານລົງຕື່ມ 0,25ຄະແນນ%, ເຫຼືອ 4,75%. ຕາມບັນດານັກຊ່ຽວຊານແລ້ວ, ສິ່ງນີ້ແມ່ນຍ້ອນນະໂຍບາຍເງິນຕາຂອງ ຮົງກົງ, ຈີນ ຍາມໃດກໍຮ່ວມເດີນທາງກັບ ອາເມລິກາ. ໃນຂະນະນັ້ນ, ທະນາຄານສູນກາງຍີ່ປຸ່ນ (BOJ) ໄດ້ຕັດສິນດອກເບ້ຍສຸດທ້າຍໃນປີ 2024 ແມ່ນຮັກສາຢູ່ລະດັບ 0, 25%.