ວັນທີ 29 ຕຸລາ, ທະນາຄານກາງສະຫະລັດ ອາເມລິກາ (Fed) ໄດ້ແຈ້ງຫຼຸດດອກເບ້ຍຕື່ມອີກ 0,25 ຈຸດສ່ວນຮ້ອຍ - ເປັນເທື່ອທີ 2 ຕິດຕໍ່ກັນໃນປີ 2025, ເພື່ອແນໃສ່ຮັບມືກັບບັນດາຄວາມສ່ຽງເພີ່ມຂຶ້ນຢູ່ຕະຫຼາດແຮງງານ, ໃນສະພາບພາຍໃນຂອງອົງການນີ້ມີການກຳນົດທິດນະໂຍບາຍທີ່ນັບມື້ນັບແບ່ງແຍກ.

ຕາມຖະແຫຼງການຂອງ Fed, ບັນດານັກວາງແຜນກຳນົດນະໂຍບາຍໄດ້ປ່ອນບັດດ້ວຍອັດຕາບັດເຫັນດີ 10 ບັດ - ບັດຄ້ານ 2 ບັດ ເພື່ອຫຼຸດຜ່ອນດອກເບ້ຍໃຫ້ກູ້ຢືມຫຼັກແຫຼ່ງລົງລະດັບ 3,75% - 4,00%. ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືແມ່ນແມ່ນຊ່ວຍຊຸກຍູ້ເສດຖະກິດ ອາເມລິກາ ໃນສະພາບທີ່ວົງການວິສາຫະກິດຖືກຜົນສະທ້ອນຈາກບັນດາອັດຕາພາສີສົມທົບໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດວາງໃນວົງກວ້າງ, ພ້ອມກັນນັ້ນ ກໍ່ເພີ່ມເວລາໃຫ້ແກ່ບັນດານັກວາງແຜນກຳນົດນະໂຍບາຍ ເມື່ອລັດຖະບານສະຫະລັດຍັງຢຸດຕິການເຄື່ອນໄຫວໂດຍຊົ່ວຄາວ.