ວັນທີ 3 ພະຈິກ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ຟີລິບປິນ ແລະ ສະຫະລັດ ອາຣັບ ເອມມີເລດ (UAE) ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ໃນຂະນະທີ່ ສ.ເກົາຫຼີ ກໍພວມພິຈາລະນາການກະທຳທີ່ຄ້າຍຄືກັນ. ບັນດາເຈົ້າໜ້າທີ່ໃຫ້ຮູ້ວ່າ ເດືອນສິງຫາ, ຟີລິບປິນ ແລະ UAE ໄດ້ຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາດັ່ງກ່າວເຖິງ ນິວຊີແລນ, ເຊິ່ງເປັນປະເທດສວມບົດບາດເປັນໃຈກາງບໍລິຫານຂອງສັນຍາສະບັບນີ້. ສັນຍາ CPTPP ຍົກເວັ້ນພາສີສຳລັບສິນຄ້າຫຼາຍປະເພດ ແລະ ເຮັດໃຫ້ບັນດາຫຼັກການກ່ຽວກັບຊັບສິນທາງປັນຍາ ແລະ ຂົງເຂດອື່ນໆ ກົມກຽວ.
ສັນຍາສະບັບດັ່ງກ່າວ ມີສະມາຊິກທັງໝົດ 12 ປະເທດ, ໃນນັ້ນ ມີ ຫວຽດນາມ. ໂກດສຕາ ຣີຕາ ພວມໃນໄລຍະເຈລະຈາເພື່ອເຂົ້າເປັນສະມາຊິກ, 8 ປະເທດ ແລະ ພາກພື້ນອື່ນ, ໃນນັ້ນ ມີ ຟິລິບປິນ ແລະ UAE ໄດ້ຍື່ນໃບຄຳຮ້ອງຂໍ ແລະ ກຳລັງລໍຖ້າການເຈລະຈາ.
