ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບປະກອບ: REUTERS/Yves Herman)

ວັນທີ 24 ຕຸລາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖະແຫຼງວ່າ ຈະສະໜອງ ລູກສອນໄຟ Aster ແລະ ເຮືອບິນ Mirage ໃຫ້ແກ່ ຢູແກຼນ ໃນຊຸມມື້ຈະມາເຖິງຕື່ມອີກ. ກ່າວຄຳເຫັນທີ່ກອງປະຊຸມຂອງ “ພັນທະມິດເຈດຕະນາດີ” - ເຕົ້າໂຮມ 26 ປະເທດສຳພັນທະມິດກັບ ກີແອັບ ໄດ້ຈັດຂຶ້ນຢູ່ ລອນດອນ, ໃນວັນທີ 24 ຕຸລາ, ທ່ານປະທານາທິບໍດີ Emmanuel Macron ກໍ່ຢືນຢັນຄືນຄວາມສຳຄັນຂອງເລື່ອງ ສືບຕໍ່ໜູນຊ່ວຍ ຢູແກຼນ ແລະ ຮັກສາຄວາມກົດດັນຕໍ່ ລັດເຊຍ.

ປະຈຸບັນ, ຝລັ່ງ ໄດ້ມອບເຮືອບິນ Mirage 200 ຈຳນວນ 3 ລຳໃຫ້ແກ່ ຢູແກຼນ ແມ່ນໜຶ່ງໃນຈຳນວນ 6 ລຳທີ່ໃຫ້ຄຳໝັ້ນສັນຍາ, ເຖິງຢ່າງໃດກໍ່ຕາມຄວາມຄືບໜ້າໃນການມອບ - ຮັບຖືກຜົນສະທ້ອນຍ້ອນຄວາມຕ້ອງການບຳລຸງສ້າງໃຫ້ນັກບິນ ຢູແກຼນ. ສິ່ງທີ່ໜ້າສົນໃຈ, ໜຶ່ງໃນຈຳນວນເຮືອບິນດັ່ງກ່າວ ຖືກຍິງຕົກໃນເດືອນ ກໍລະກົດ ທີ່ຜ່ານມາ. ປະຈຸບັນ, ລູກສອນໄຟ Aster 15 ແລະ 30 ຍັງໄດ້ເຄື່ອນໄຫວພ້ອມກັບລະບົບປ້ອງກັນອາກາດ SAMP/T MAMBA. ກໍທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ກໍ່ຮຽກຮ້ອງໃຫ້ບັນດາສຳພັນທະມິດ “ມານະພະຍາຍາມກວ່າອີກ” ເພື່ອແນໃສ່ໜູນຊ່ວຍ ກີແອັບ.