ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ອັດລົງໃນວັນທີ 23 ພະຈິກຢູ່ນະຄອນຫຼວງ Johannesburg (ປະເທດ ອາບຟຼິກກາໃຕ້), ສິ້ນສຸດສອງວັນເຮັດວຽກດ້ວຍການຮັບຮອງເອົາຖະແຫຼງການຮ່ວມຮຽກຮ້ອງໃຫ້ມີສັນຕິພາບ ກໍ່ຄືບັນດາມາດຕະການປົກປ້ອງແຫຼ່ງສະໜອງແຮ່ທາດທີ່ຈຳເປັນໃນທົ່ວໂລກ. ກ່າວຄຳເຫັນທີ່ພິທີອັດ, ທ່ານ Cyril Ramaphosa ປະທານາທິບໍດີ ປະເທດເຈົ້າພາບ ຢັ້ງຢືນວ່າຖະແຫຼງການຂອງບັນດາການນຳ G20 ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງສຳລັບການຮ່ວມມືຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ການບໍ່ເຂົ້າຮ່ວມຂອງ ອາເມລິກາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດ ຂອງເວທີປາໄສນີ້. ທ່ານເນັ້ນໜັ້ກວ່າ ຖະແຫຼງການຮ່ວມໃຫ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາເປົ້າໝາຍຜ່ານຜ່າຄວາມແຕກຕ່າງກັນລະຫວ່າງບັນດາການນຳໃນໂລກ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ ອາບຟຼິກກາໃຕ້ - ດ້ວຍຖານະເປັນປະເທດເຈົ້າພາບ - ໃນການຊຸກຍູ້ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄືວິກິດການດິນຟ້າອາກາດ, ຊ່ວຍເຫຼືອບັນດາປະເທດພວມພັດທະນາຮັບມືກັບໄພພິບັດດິນຟ້າອາກາດ ທີ່ນັບມື້ນັບຮ້າຍແຮງ, ຫັນປ່ຽນພະລັງງານສະອາດ ແລະ ຫຼຸດຜ່ອນໜິ້ນຢູ່ລະດັບສູງເກີນໄປ.
G20 ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກັບ ລັດທິຫຼາຍຝ່າຍ
(VOVWORLD) - ທ່ານ Cyril Ramaphosa ປະທານາທິບໍດີ ອາບຟຼິກກາໃຕ້ ຢັ້ງຢືນວ່າຖະແຫຼງການຂອງບັນດາການນຳ G20 ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງສຳລັບການຮ່ວມມືຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ການບໍ່ເຂົ້າຮ່ວມຂອງ ອາເມລິກາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດ ຂອງເວທີປາໄສນີ້
●
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
