ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV5) |
ກອງປະຊຸມຄັ້ງທີ 4 ຂອງ ຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ ໄດ້ດຳເນີນໃນວັນທີ 17 ທັນວາ ຢູ່ຮ່າໂນ້ຍ. ເນື້ອໃນກອງປະຊຸມແມ່ນແນໃສ່ແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການສຳລັບການເຊົ່າ, ຊື້ເຮືອນຢູ່ສັງຄົມ.
ໂດຍເນັ້ນໜັກເຖິງໝາກຜົນທີ່ບັນລຸໄດ້ ແລະ ລື່ນການຄາດໝາຍແມ່ນກໍ່ສ້າງສຳເລັດເຮືອນຢູ່ສັງຄົມ 100.000 ຫ້ອງໃນປີນີ້, ມຸ່ງໄປເຖິງຄາດໝາຍກໍ່ສ້າງສຳເລັດ ເຮືອນຢູ່ສັງຄົມ 1 ລ້ານຫ້ອງໃນປີ 2028, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ການພັດທະນາເຮືອນຢູ່ສັງຄົມ ສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດ, ປະກອບສ່ວນເຂົ້າໃນການສະໜອງເຮືອນຢູ່ທີ່ຖາວອນໃຫ້ແກ່ປະຊາຊົນ. ກ່ຽວກັບຕະຫຼາດອະສັງຫາລິມະຊັບ ແລະ ເຮືອນຢູ່ແບບການຄ້າ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
ທີໜຶ່ງ ແມ່ນການກໍ່ສ້າງພື້ນຖານຂໍ້ມູນກ່ຽວກັບເຮືອນຢູ່ຕ້ອງປະຕິບັດສຳເລັດໃນໄຕມາດທີ 1 ປີ 2026, ລວມມີຖານຂໍ້ມູນກ່ຽວກັບຕະຫຼາດອະສັງຫາລິມະຊັບ, ເຮືອນຢູ່ແບບການຄ້າ, ເຮືອນຢູ່ສັງຄົມ, ເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ… ທີສອງ, ຕ້ອງແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການຄື ການເຊົ່າຊື້ເຮືອນຢູ່ສັງຄົມ… ເຮັດແນວໃດໃຫ້ມີຄວາມໄຫວພິບ ເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດຊື້ໄດ້ ຈະມີສິດໃຫ້ເຊົ່າ ຫຼືໂອນກຳມະສິດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

