ທີ່ການຖະແຫຼງຂ່າວປະຈຳໄລຍະ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ຕຸລາ ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງເຍິດເຕິນ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມ ຊຸກຍູ້ການເຈລະຈາພາສີສົມທົບ ກັບ ຝ່າຍ ອາເມລິກາ. ຄາດວ່າໃນເດືອນ ຕຸລາ ແລະ ເດືອນ ພະຈິກ, ຄະນະເຈລະຈາຂອງ ຫວຽດນາມ ຈະສືບຕໍ່ມີການເດີນທາງໄປປະຕິບັດງານ ຢູ່ ອາເມລິກາ ເພື່ອປຶກສາຫາລື ແລະ ຜັນຂະຫຍາຍບັນດາວຽກງານຕໍ່ໄປ ມຸ່ງໄປເຖິງການປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບການຄ້າ. ດ້ວຍຫຼັກການ ເຈລະຈາແມ່ນເປີດເຜີຍ, ມີລັກສະນະສ້າງສັນ, ມີຄວາມສະເໝີພາບ, ເຄົາລົບນັບຖືເອກະລາດ, ເປັນເຈົ້າຕົນເອງ, ລະບອບລະບຽບການການເມືອງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຊັ່ງຊາເຖິງລະດັບວິຊາການພັດທະນາຂອງກັນ, ສອງຝ່າຍຈະມານະພະຍາຍາມຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນທີ່ມີສະຖຽນລະພາບ, ຜົນປະໂຫຍດກົມກຽວ, ສົມກັບເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.