ການພົບປະເຈລະຈາ ລະຫວ່າງສອງຝ່າຍ (ພາບ: VOV)

ໂດຍຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ທ່ານ ປະທານ Duma ແຫ່ງຊາດ ລັດເຊຍ Vyacheslav Volodin ໄດ້ນຳໜ້າ ຄະນະຜູ້ແທນຂັ້ນສູງ ລັດເຊຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ Duma ແຫ່ງຊາດ ລັດເຊຍ ແຕ່ວັນທີ 28 – 29 ກັນຍາ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນສະເໜີໃຫ້ Duma ແຫ່ງຊາດ ລັດເຊຍ ເພີ່ມທະວີການຮ່ວມມື, ສົມທົບກັບສະພາແຫ່ງຊາດ ຫວຽດນາມ, ສະໜັບສະໜູນ ແລະ ໜູນຊ່ວຍບັນດາສຳນັກງານ, ອົງການສອງປະເທດແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ.

ສ່ວນທ່ານປະທານ Vyacheslav Volodin ຢັ້ງຢືນວ່າ ທ່ານເອງ ແລະ Duma ແຫ່ງຊາດ ລັດເຊຍ ຍາມໃດກໍ່ສະໜັບສະໜູນການພົວພັນຮ່ວມມືໃນທຸກດ້ານກັບ ຫວຽດນາມ, ທ່ານກ່າວວ່າ ພ້ອມແລ້ວທີ່ຈະພ້ອມກັບ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນສອງປະເທດເປີດກວ້າງບັນດາກົນໄກ ແລະ ທິດທາງຮ່ວມມືໃໝ່ຢ່າງບໍ່ຢຸດຢັ້ງ.

ແລະກໍ່ໃນວັນດຽວກັນ, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ Duma ແຫ່ງຊາດ, ສະພາແຫ່ງຊາດ ສະຫະພັນ ລັດເຊຍ. ກອງປະຊຸມໂດຍ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານ ປະທານ Duma ແຫ່ງຊາດ ລັດເຊຍ Vyacheslav Volodin ເປັນປະທານຮ່ວມ.