ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາງ Kaja Kallas ຮອງປະທານຄະນະກຳມະການເອີລົບ (EC) (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູເຂົ້າອອກທົ່ວໂລກຄັ້ງທີ 2 ນັບແຕ່ວັນທີ 9 – 10 ຕຸລາ, ຢູ່ ປະເທດ ແບນຊິກ, ໃນວັນທີ 9 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຮັດວຽກກັບທ່ານນາງ Kaja Kallas ຮອງປະທານຄະນະກຳມະການເອີລົບ (EC) ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີລົບ (EU) ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ , ຢູ່ສຳນັກງານອົງການການຕ່າງປະເທດ ສະຫະພາບ ເອີລົບ (EEAS).

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດທົ່ວໂລກຂອງ EU, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ EU, ໃນນັ້ນມີຂໍ້ລິເລີ່ມປະຕູເຂົ້າອອກທົ່ວໂລກ. ໂດຍໃຫ້ຂໍ້ສັງເກດກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄ້ຳສຳຄັນໃນການພົວພັນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີ EU ຊຸກຍູ້ບັນດາປະເທດສະມາຊິກໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVFTA) ໂດຍໄວ, ຜ່ານນັ້ນ ກໍ່ປົກປ້ອງສິດຜົນປະໂຫຍດ ແລະ ສົ່ງເສີມວິສາຫະກິດເອີລົບມາລົງທຶນເຂົ້າບັນດາໂຄງການຈຸດສຸມຂອງ ຫວຽດນາມ.

ສ່ວນທ່ານນາງ Kaja Kallas ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ EU ຢູ່ ພາກພື້ນ, ທ່ານໃຫ້ຮູ້ວ່າ EU ກໍ່ປາດຖະໜາຢາກເປີດກວ້າງການຮ່ວມມືໃນບັນດາຂົງເຂດຮັບໃຊ້ການພັດທະນາເສດຖະກິດໃນສະພາບການສອງຝ່າຍມຸ່ງໄປເຖິງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.