ຕອນເຊົ້າວັນທີ 03 ມັງກອນ, ສື່ມວນຊົນ ສ.ເກົາຫຼີ ໃຫ້ຂ່າວວ່າ, ບັນດານັກສືບສວນອົງການສືບສວນອາດຊະຍາກຳລັດຖະກອນຂັ້ນສູງຂອງ ສ.ເກົາຫຼີ ແລະ ກຸ່ມສືບສວນປະສົມ, ລວມມີຜູ້ຕາງໜ້າຂອງອົງການຕຳຫຼາດ ແລະ ໄອຍະການ, ໄດ້ປະຕິບັດຄຳສັ່ງຈັບຕົວທ່ານປະທານາທິບໍດີ ໂດຍສານປະກາດໃນວັນທີ 31 ທັນວາ 2024. ນີ້ແມ່ນຄັ້ງທຳອິດທີ່ກຳລັງທີ່ມີໜ້າທີ່ຂອງປະເທດນີ້ຊອກຫາວິທີຈັບຕົວປະທານາທິບໍດີທີ່ພວມດຳລົງຕຳແໜ່ງ.
ໃນແຈ້ງການສື່ມວນຊົນ, ຫ້ອງການສືບສວນການສໍ້ລາດບັງຫຼວງສຳລັບບັນດາເຈົ້າໜ້າທີ່ຂັ້ນສູງ (CIO) ຊີ້ແຈ້ງວ່າ ເຂົາເຈົ້າໄດ້ຮັບອະນຸຍາດໃຫ້ເຄື່ອນຍ້າຍໄປຜ່ານຮົ້ວກຳລັງປ້ອງກັນຄວາມໝັ້ນຄົງເຂົ້າທຳນຽບເພື່ອປະຕິບັດຄຳສັ່ງຈັບຕົວທ່ານ Yoon Suk- yeol. ບັນດາຄວາມມານະພະຍາຍາມຂອງກຳລັງນີ້ກໍ່ປະສົບກັບຄວາມຫຍຸ້ງຍາກຍ້ອນການກີດຂວາງຈາກຜູ້ທີ່ສະໜັບສະໜູນທ່ານ Yoon Suk-yeol ທີ່ພວມເຕົ້າໂຮມຢູ່ໃກ້ກັບບ່ອນຢູ່ຂອງທ່ານ.
CIO ມີເວລາຮອດວັນທີ 06 ມັງກອນ ເພື່ອປະຕິບັດຄຳສັ່ງຈັບຕົວດັ່ງກ່າວ, ໂດຍອີງໃສ່ບັນດາການກ່າວຫາກໍ່ການຈະລາຈົນ ແລະ ສວຍໃຊ້ສິດອຳນາດ ກ່ຽວຂ້ອງເຖິງເລື່ອງທ່ານ Yoon Suk-yeol ຈັດວາງຄຳສັ່ງກົດໄອຍະການເສິກໃນໄລຍະເວລາສັ້ນໆ ໃນວັນທີ 03 ທັນວາ 2024.
