ທີ່ກອງປະຊຸມຖອດຖອນບົດຮຽນ(ພາບ: qdnd.vn)
|
ຕອນບ່າຍວັນທີ 03 ທັນວາ, ຢູ່ນະຄອນ ດ່ານັ້ງ, ກອງບັນຊາການຕຳຫຼວດທະເລເຂດ 2 ຈັດກອງປະຊຸມຖອດຖອນບົດຮຽນບັ້ນຈຸດສຸມຕໍ່ສູ້, ສະກັດກັ້ນ, ຢຸດຕິສະພາບກຳປັ່ນຫາປາລະເມີດການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ບັ້ນຈຸດສຸມໄດ້ຜັນຂະຫຍາຍແຕ່ວັນທີ 15 ຕຸລາ ຮອດວັນທີ 02 ທັນວາ. ໃນບັ້ນຈຸດສຸມນີ້, ຕຳຫຼວດທະເລເຂດ 2 ໄດ້ຈັດການໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການຕ້ານການຂຸດຄົ້ນ IUU ແບບເຊິ່ງໜ້າໃຫ້ແກ່ປະຊາຊົນ, ເຈົ້າຂອງກຳປັ່ນ ແລະ ຊາວປະມົງນັບໝື່ນເທື່ອຄົນ 247 ເທື່ອ. ພ້ອມກັນນັ້ນ, ກໍ່ຈັດສົ່ງກຳປັ່ນເຮືອຈັກປະເພດຕ່າງໆ 23 ລຳ ເພື່ອປະຕິບັດໜ້າທີ່ລາດຕະເວນ, ກວດກາ, ຄວບຄຸມຢູ່ບັນດາເຂດທີ່ໄດ້ຮັບການມອບໝາຍ; ກວດກາກຳປັ່ນຫາປາ 306 ລຳ, ປັບໄໝກຳປັ່ນຫາປາທີ່ລະເມີດລະບຽບການ 87 ລຳ, ກັກກຳປັ່ນ 2 ລຳທີ່ລະເມີດການຂຸດຄົ້ນ IUU ຢ່າງຮ້າຍແຮງ ແລະ ກຳປັ່ນ 2 ລຳມີສັນຍານລະເມີດກົດໝາຍ ແລ້ວມອບໃຫ້ບັນດາອົງການທີ່ມີໜ້າທີ່ແກ້ໄຂຕາມການໍ້ກຳນົດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

