(ພາບປະກອບ: ກອງທັບອິນໂດເນເຊຍ) |
ແຕ່ວັນທີ 15 – 22 ກຸມພາ, ຢູ່ ບາລີ, ກອງທັບເຮືອ ອິນໂດເນເຊຍ ໄດ້ຈັດການ ຊ້ອມຮົບທະຫານເຮືອຫຼາຍຝ່າຍ Komodo ຄັ້ງທີ 5 (HR/DR), ດ້ວຍການເຂົ້າຮ່ວມຂອງ 37 ປະເທດອື່ນ, ຄື: ອາເມລິກາ, ອັງກິດ, ຝລັ່ງ, ອົດສະຕາລີ, ລັດເຊຍ, ຫວຽດນາມ … ບາງປະເທດໃນພາກພື້ນ ອາຊີ - ປາຊີຟິກ.
ທ່ານຫົວໜ້າເສນາທິການໃຫຍ່ກອງທັບເຮືອ ອິນໂດເນເຊຍ, ພົນເຮືອເອກ Muhammad Ali, ໃຫ້ຮູ້ວ່າ, ນີ້ແມ່ນການຊ້ອມຮົບສຸມໃສ່ໃນການເຄື່ອນໄຫວໜູນຊ່ວຍມະນຸດສະທຳຖືກເປົ້າໝາຍ, ສ້າງຄວາມສາມາດພົວພັນແລກປ່ຽນລະຫວ່າງບັນດາກຳລັງກອງທັບເຮືອ, ພິເສດແມ່ນວຽກງານຄຸ້ມຄອງໄພພິບັດ ແລະ ບັນດາການເຄື່ອນໄຫວມະນຸດສະທຳອື່ນໆ. ນອກນັ້ນ, ຍັງມີບັນດາການເຄື່ອນໄຫວ, ຄື: ຈັດເວທີປາໄສແລກປ່ຽນບົດຮຽນ ແລະ ຄວາມເຂົ້າໃຈລະຫວ່າງບັນດານາຍທະຫານ (SMEE), ບັນດາກອງປະຊຸມກອງທັບເຮືອ 2 ຝ່າຍ, ກອງປະຊຸມຄວາມໝັ້ນຄົງທາງທະເລສາກົນ.

