ໝູ່ບ້ານ ຖາຍຮ໋າຍ ທີ່ສະຫງົບສຸກ

ເຂດອະນຸລັກບ້ານເຮືອນຮ້ານບັນດາເຜົ່າ ຖາຍຮ໋າຍ ຂຶ້ນກັບຕາແສງ ທິ້ງດຶກ ນະຄອນ ຖາຍງວຽນ ແຂວງ ຖາຍງວຽນ ມີເນື້ອທີ່ປະມານ 25 ເຮັກຕາ ນອນຢູ່ໃນທ່າມກາງເຂດພູຜາປ່າໄມ້. ນີ້ແມ່ນແຫ່ງດຳລົງຊີວິດຂອງ 30 ຄອບຄົວ ດ້ວຍພົນລະເມືອງຫຼາຍກວ່າ 200 ຄົນ ແມ່ນຊາວເຜົ່າໄຕ່, ນຸ່ງ, ກາວລານ, ສານຈີ, ເຜົ່າກິງ… ເຊິ່ງໄດ້ດຳລົງຊີວິດຢູ່ຮ່ວມກັນ ແລະ ອອກແຮງງານທຳການຜະລິດ. ໃນນັ້ນຊາວເຜົ່າໄຕ່ກວມເປັນສ່ວນຫຼາຍ.

ກ່ອນນີ້ 20 ປີ, ຢູ່ເຂດປອດໄພ ດິ້ງຮວ້າ, ນາງ ຫງວຽນທິແທັງຮ໋າຍ ຊາວເຜົ່າໄຕ່ ໄດ້ຕົກລົງເຮັດວຽກງານໜຶ່ງທີ່ບໍ່ໃຜກ້າຄຳນຶງເຖິງ ລາວໄດ້ເອົາຊັບສົມບັດທັງໝົດຂອງຕົນໄປຄ້ຳປະກັນ ເພື່ອຊື້ເຮືອນຮ້ານບູຮານ 30 ຫຼັງ ມາຕັ້ງຢູ່ບ້ານ ໝີຮ່າວ. ນາງ ເລທິງາ ຮອງນາຍບ້ານ ຖາຍຮ໋ານ ແບ່ງປັນວ່າ:

“ເມື່ອນາງ ຫງວຽນທິແທັງຮ໋າຍ ມານີ້, ລາວໄດ້ຊື້ດິນແດນແຫ່ງນີ້ຄືນ ແລະ ໄດ້ປູກຕົ້ນໄມ້ເປັນປ່າ. ຫຼັງຈາກນັ້ນ ບັນດາເຮືອນຮ້ານໄດ້ຖືກຂົນສົ່ງມາຕັ້ງຢູ່ທີ່ນີ້ ເພືຶ່ອອະນຸລັກຮັກສາວັດທະນະທຳຂອງຊາວເຜົ່າໄຕ່ ເພື່ອບໍ່ໃຫ້ສູນຫາຍໄປ”.

ທ້າຍປີ 2023 ເຮືອນຮ້ານ 28 ຫຼັງໄດ້ຕັ້ງສຳເລັດແລ້ວ, ເຮືອນແຕ່ລະຫຼັງຖືກມຸງດ້ວຍໃບຄໍ້, ເສົາໄມ້ທີ່ໜັກແໜ້ນໄດ້ຖືກຟື້ນຟູຢູ່ດິນແດນແຫ່ງນີ້. ຊຸມປີທຳອິດ, ການດຳລົງຊີວິດກໍ່ມີຄວາມຫຍຸ້ງຍາກຫຼາຍຢ່າງແຕ່ທັງບ້ານມີຄວາມສາມັກຄີ,ພະຍາຍາມປູກຝັງລ້ຽງສັດ ແລະ ໝູ່ບ້ານ ຖາຍຮ໋າຍ ໄດ້ຄ່ອຍໆຟື້ນຟູກາຍເປັນໝູ່ບ້ານຮັ່ງມີ ແລະ ສະຫງົບສຸກ

ຢູ່ບ້ານ ຖາຍຮ໋າຍ ການພັດທະນະກໍ່ຕິດພັນກັບການອະນຸລັກວັດທະນະທຳບັນດາເຜົ່າ. ໃນນັ້ນຄຸນຄ່າວັດທະນະທຳເປັນວັດຖຸໄດ້ຮັບການຟື້ນຟູຜ່ານບັນດາເຮືອນຮ້ານປະເພນີ ແລະ ເຄື່ອງໃຊ້ພາຍໃນເຮືອນ. ຢູ່ໃນບ້ານກໍ່ມີເຂດອະນຸລັກໄດ້ຖືກປຸກສ້າງວາງແຜນຜັງຕາມອາຊີບຫັດຖະກຳ ເພື່ອວາງສະແດງ. ຢູ່ໝູ່ບ້ານກໍ່ປູກຊາ ແລະ ປຸງແຕ່ງຊາສົດ, ມີສູນຢາສະໝູນໄພເພື່ອປິ່ນປົວໃຫ້ແກ່ຊາວບ້ານ ແລະ ແຂກຄົນເມື່ອຕ້ອງການ, ມີເຮືອນເກັບມ້ຽນເຫຼົ້າ ເພື່ອຕົ້ມເຫຼົ້າຕາມວິທີອັນເປັນປະເພນີ, ມີເຮືອນປະກອບອາຊີບເຮັດເຄື່ອງຈັກສານຮັບໃຊ້ການດຳລົງຊີວິດ ແລະ ເປັນຂອງທີ່ລະນຶກ… ນາງ ເລທິຮ໋າວ ຊາວບ້ານ ຖາຍຮ໋າຍ ແບ່ງປັນວ່າ:

“ຂ້າພະເຈົ້າແມ່ນຊາວເຜົ່າກິງ ກໍ່ບໍ່ຮູ້ຈັກອາຊີບເຮັດເຄືອງຈັກສານ ແຕ່ນັບແຕ່ມື້ມານີ້ດຳລົງຊີວິດ, ຂ້າພະເຈົ້າໄດ້ຮຽນວິຊາຊີບເຮັດເຄື່ອງຈັກສານຂອງຊາວເຜົ່າໄຕ່. ແລະ ເມື່ອພວກລູກຫຼານຢາກຮຽນເຮັດເຄື່ອງຈັກສານຂ້າພະເຈົ້າກໍ່ຖ່າຍທອດຄືນ ຊ່ວຍພວກລູກຫຼານຮັກສາຈຸດວັດທະນະທຳຂອງໝູ່ບ້ານ

ປີ 2014 ໝູ່ບ້ານ ຖາຍຮາຍ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຂອງແຂວງ ຖາຍງວຽນ ຢ່າງເປັນທາງການ. ນາງ ເລທິງາ ຮອງນາຍບ້ານ ຖາຍຮ໋າຍ ໃຫ້ຮູ້ວ່າ ຖາຍຮ໋າຍ ນັບແຕ່ຫົວທີໄດ້ກຳນົດເຮັດທ່ອງທ່ຽວ ບໍ່ແມ່ນເພື່ອເປົ້າໝາຍການຄ້າເທົ່ານັ້ນ ຫາກຍັງເພື່ອອະນຸລັກຮັກສາວັດທະນະທຳ. ແຂກທ່ອງທ່ຽວມານີ້ຈະໄດ້ຮູ້ສຶກເຖິງວິຖີຊີວິດຂອງປະຊາຊົນຢູ່ແຫ່ງນີ້. ຢູ່ແຫ່ງນີ້ບໍ່ມີໂຮງແຮມຫຼູຫຼາ, ມີພຽງແຕ່ເຮືອນຮ້ານ, ຄາບເຂົ້າສາມັກຄີແຕ່ເຕັມໄປດ້ວຍຄວາມຮັກແພງມະນຸດດ້ວຍກັນ. ຢູ່ໝູ່ບ້ານຍັງຮັກສາບັນດາງານບຸນປະເພນີຄື ງານບຸນລົງນາ, ພິທີສະແດງຄວາມຮູ້ບຸນຄຸນ, ພິທີໄຫວ້ບູຊາເທວະດາຟ້າແຖນ, ພິເສດບ້ານ ຖາຍຮ໋າຍ ໃນປັດຈຸບັນຍັງມີອາຫານທ້ອງຖິ່ນຫຼາຍກວ່າ 100 ເຍື່ອງ. ນາງ ງາ ໃຫ້ຮູ້ຕື່ມອີກວ່າ:

“ຄົນລຸ້ນກ່ອນໆໄດ້ມີຄຸນງາມຄວາມດີໃນການກໍ່ຕັ້ງ ແລະ ສ້າງສາໝູ່ບ້ານ ດັ່ງນັ້ນຄົນລຸ້ນຫຼັງຕ້ອງຮັກສາ ແລະ ຕ້ອງມີຄວາມຮັກວັດທະນະທຳບັນດາເຜົ່າ ແລະ ບັນດາມໍລະດົກ”.

ຄວາມສະຫງົບສຸກ ແລະ ຄວາມງາມໄດ້ໂຮມຍອດມາຈາກຄຸນຄ່າອັນດີງາມ ຂອງມະນຸດ, ທຳມະຊາດ ແລະ ວັດທະນະທຳອັນໄດ້ນຳໝູ່ບ້ານ ຖາຍຮ໋າຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ. ພິເສດດ້ວຍລາງວັນໝູ່ບ້ານທ່ອງທ່ຽວດີທີ່ສຸດ ໂດຍອົງການທ່ອງທ່ຽວໂລກໄດ້ມອບໃຫ້ເມື່ອປີ 2022, ຈຳນວນແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມານີ້ນັບມື້ນັບຫຼາຍຂືຶ້ນ,ແຕ່ລະປີໜູ່ບ້ານໄດ້ຕ້ອນຮັບແຂກທ່ອງທ່ຽວນັບພັນເທື່ອຄົນທີ່ມາຈາກ 40 ປະເທດໃນໂລກ.