ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 19 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິວ່າດ້ວຍກົນໄກ, ນະໂຍບາຍພິເສດຈຳນວນໜຶ່ງເພື່ອແນໃສ່ຍົກສູງປະສິດທິຜົນໃນການເຊື່ອມໂຍງເຂົ້າກັບສາກົນ. ໂດຍສະແດງຄວາມເຫັນດີເປັນຢ່າງສູງຕໍ່ຄວາມຈຳເປັນໃນການປະກາດໃຊ້ມະຕິ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນບາດກ້າວສຳຄັນເພື່ອແນໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດໃນການເຊື່ອມໂຍງເຂົ້າກັບສາກົນ ໃນໄລຍະໃໝ່ຕາມຈິດໃຈມະຕິເລກທີ 59 ຂອງກົມການເມືອງ. ປະກອບຄຳເຫັນກ່ຽວກັບການຍົກສູງຄວາມສາມາດໃນການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນຂົງເຂດເຕັກໂນໂລຢີ, ທ່ານ ຕະດິ່ງທີ ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ ສະເໜີວ່າ:
ຕ້ອງມີຂໍ້ກຳນົດບຸລິມະສິດ ຫຼືການໜູນຊ່ວຍພິເສດທີ່ດີກວ່າເມື່ອທຽບກັບສ່ວນລວມ ເພື່ອດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າໂລກ, ສ້າງບັນດາສູນຄົ້ນຄ້ວາ ແລະ ພັດທະນາຢູ່ ຫວຽດນາມ. ກ່ຽວກັບບັນຫາບຸກຄະລາກອນ, ພວກເຮົາຕ້ອງມີກົນໄກພິເສດທີ່ມີໄຫວພິບກ່ຽວກັບລາຍຮັບ, ເງື່ອນໄຂເຮັດວຽກພັດທະນາ ຫຼື ເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດທີ່ເປັນນັກວິທະຍາສາດ ຫວຽດນາມ ແລະ ສາກົນໃນຂົງເຂດຫຼັກແຫຼ່ງນີ້ເປັນສຳຄັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
