ຫງວຽນຊວັນຊອນ ພວມນຳໜ້າໃນບັນຊີລາຍຊື່ ຜູ້ທີ່ຍິງບານເຂົ້າປະຕູຫຼາຍສຸດໃນ AFF Cup 2024. (ພາບ: VOV)

ໜັງສືພິມ Daily Mail (ອັງກິດ) ຫາກໍ່ປະກາດບັນຊີລາຍຊື່ນັກກິລາບານເຕະ 10 ຄົນທີ່ຍິງໄດ້ຫຼາຍປະຕູທີ່ສຸດໃນປີ 2024. ນັກກິລາ ຫງວຽນຊວັນຊອນ ຢືນອັນດັບທີ 8 ໃນບັນຊີລາຍຊື່ດັ່ງກ່າວ ເມື່ອສ້າງຜົນງານໃຫ້ແກ່ທິມບານ ແທບແຊັງນາມດິ້ງ ແລະ ທິມບານເຕະແຫ່ງຊາດ ຫວຽດນາມ ລວມທັງໝົດ 40 ລູກ, ໃນນັ້ນ ມີ 5 ລູກ ແມ່ນເຕະໃຫ້ທິມບານເຕະແຫ່ງຊາດ ຫວຽດນາມ ໃນງານແຂ່ງຂັນບານເຕະອາຊີຕາເວັນອອກສ່ຽງໃຕ້ປີ 2024 – AFF Cup 2024. ຫງວຽນຊວັນຊອນ ກໍພວມນຳໜ້າໃນບັນຊີລາຍຊື່ ຜູ້ທີ່ຍິງບານເຂົ້າປະຕູຫຼາຍສຸດໃນ AFF Cup 2024.

ຜູ້ນຳໜ້າໃນບັນຊີລາຍຊື່ນັກກິລາບານເຕະ 10 ຄົນທີ່ຍິງໄດ້ຫຼາຍປະຕູທີ່ສຸດໃນປີ 2024 ແມ່ນກອງໜ້າ Viktor Gyokeres ຊາວ ຊູແອັດ ຂອງສະໂມສອນ Sporting Lisbon (ປອກຕຸຍການ) ດ້ວຍຈຳນວນ 62 ລູກ. ຢືນອັນດັບທີ 2 ໄດ້ແກ່ນັກກິລາບານເຕະ Erling Haaland ຂອງ Man City ແລະ ທິມບານເຕະແຫ່ງຊາດ ນອກແວ ດ້ວຍ 49 ລູກ. Harry Kane, ກອງໜ້າຂອງທິມບານເຕະແຫ່ງຊາດ ອັງກິດ ແລະ ສະໂມສອນ Bayern Munich (ເຢຍລະມັນ) ຢືນອັນດັບທີ 3 ດ້ວຍ 46 ລູກ.