ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:ກະຊວງການຕ່າງປະເທດ) |
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ແບ່ງປັນຜົນສຳເລັດຂອງ ຫວຽດນາມ ເມື່ອຄວບໂຄງການດຳເນີນງານ Copenhagen 1995 ເຂົ້າກັບບັນດາຍຸດທະສາດພັດທະນາປະເທດໃນ 3 ທົດສະວັດຜ່ານມາ, ພົ້ນເດັ່ນແມ່ນ: ວິວັດການຫຼຸດຜ່ອນຄວາມທຸກຍາກ ແຕ່ 58,1% ລົງເຫຼືອພຽງ 1,3% ໃນປີ 2025; ຜູ້ຫວ່າງງານຈາກ 7% ລົງເຫຼືອ 2,2%; ລົບລ້າງການກຶກໜັງສືໃຫ້ແກ່ປະຊາຊົນເກືອບທັງໝົດ. ທ່ານນາງ ຫງວຽນມິງຮັ່ງ ຢັ້ງຢືນວ່າ ໃນສັງກາດພັດທະນາໃໝ່ຂອງປະເທດຊາດ, ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາການບຸລິມະສິດສູງສຸດເພື່ອຮັບປະກັນການຊ່ວຍເຫຼືອສັງຄົມ, ສຸມທຸກແຫຼ່ງກຳລັງເພື່ອຮັບປະກັນບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ຈະນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.
ຈາກປະສົບການຕົວຈິງຂອງ ຫວຽດນາມ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີ 3 ມາດຕະການຫຼັກແຫຼ່ງແກ່ນສານເພື່ອປະຕິບັດໂຄງການດຳເນີນງານ Copehagen ແລະ ຖະແຫຼງການການເມືອງ Doha ຢ່າງມີປະສິດທິຜົນ.

