ທ່ານ ຟ້າມເທ້ຕຸງ ຮອງລັດຖະມົນຕີກະຊວງຕຳຫຼວດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV ) |
ໂດຍຕອບຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ສະຫະພັນ ລັດເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານ ຟ້າມເທ້ຕຸງ ຮອງລັດຖະມົນຕີກະຊວງຕຳຫຼວດ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມຕ້ານການກໍ່ການຮ້າຍ ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ປີ 2025 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ ນັບແຕ່ວັນທີ 3 – 4 ທັນວາ 2025.
ກອງປະຊຸມມີຫົວຂໍ້ວ່າ “ຍຸດທະສາດແຫ່ງຊາດ ແລະ ພາກພື້ນ ກ່ຽວກັບການຕໍ່ສູ້ຕ້ານລັດທິການກໍ່ການຮ້າຍໃນເງື່ອນໄຂເກີດບັນດາສິ່ງທ້າທາຍ ແລະ ໄພນາບຂູ່ໃໝ່ຂຶ້ນຕື່ມອີກ”. ນີ້ແມ່ນຂໍ້ລິເລີ່ມໂດຍສະຫະພັນ ລັດເຊຍ ເປັນເຈົ້າພາບຈັດຂຶ້ນຄັ້ງທຳອິດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 23 ປະເທດສະມາຊິກ ແລະ ຄູ່ຮ່ວມມືຂອງ BRICS, ບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຈຳນວນໜຶ່ງ.
ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີ ຟ້າມເທ້ຕຸ່ງ ຢັ້ງຢືນວ່າ ຫວຽດນາມ ປະຕິບັດ ທັດສະນະຢຶດໝັ້ນການກ່າວປະນາມ ແລະ ຕ້ານທຸກການກະທຳການກໍ່ການຮ້າຍ ຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນບັນດາມາດຕະການເພື່ອລົບລ້າງການກໍ່ການຮ້າຍອອກຈາກຊີວິດຂອງມວນມະນຸດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

