ການເຈລະຈາຂັ້ນລັດຖະມົນຕີລະຫວ່າງ ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Jamieson Greer ຫົວໜ້າຄະນະຜູ້ຕາງໜ້າທາງການຄ້າ ອາເມລິກາ |
ໃນຂອບເຂດການເຈລະຈາສັນຍາສອງຝ່າຍກ່ຽວກັບການຄ້າສົມທົບ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ການເຈລະຈາຂັ້ນລັດຖະມົນຕີລະຫວ່າງ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ຫົວໜ້າຄະນະເຈລະຈາລັດຖະບານ ຫວຽດນາມ ແລະ ທ່ານ Jamieson Greer ຫົວໜ້າຄະນະຜູ້ຕາງໜ້າທາງການຄ້າ ອາເມລິກາ, ຫົວໜ້າຄະນະເຈລະຈາ ອາເມລິກາ ເຊິ່ງໄດ້ດຳເນີນໃນວັນທີ 4 ມິຖຸນາ 2025 ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ.
ລັດຖະມົນຕີສອງທ່ານໄດ້ຕີລາຄາການດຳເນີນປະຕິບັດບັນດາວຽກງານທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຍົກອອກມາໃນການເຈລະຈາຂັ້ນເຕັກນິກຮອບທີ 2, ພ້ອມທັງແລກປ່ຽນກ່ຽວກັບກຳນົດທິດໃຫ້ແກ່ການເຈລະຈາເຕັກນິກຮອບຕໍ່ໄປ.
ລັດຖະມົນຕີສອງທ່ານໄດ້ເຫັນດີ ຕ້ອງຍູ້ໄວຄວາມຄືບໜ້າການເຈລະຈາ, ພິເສດແມ່ນສຸມແຫຼ່ງກຳລັງເພື່ອບັນລຸໄດ້ໝາກຜົນດີທີ່ສຸດໃນການເຈລະຈາເຕັກນິກຮອບທີ 3. ລັດຖະມົນຕີສອງທ່ານກໍເຫັນດີມອບໃຫ້ນັກວິຊາການເພີ່ມທະວີການແລກປ່ຽນຜ່ານການເຮັດວຽກແບບທາງໄກຕາມບັນດາກຸ່ມເນື້ອໃນ ເພື່ອແນໃສ່ແກ້ໄຂບັນດາບັນຫາເຕັກນິກທີ່ຍັງຄົງຄ້າງໃຫ້ໄດ້ຫຼາຍທີ່ສຸດ, ສ້າງທ່ວງທີ່ດີທີ່ສຸດໃຫ້ແກ່ຮອບເຈລະຈາເຕັກນິກທີ 3, ຄາດວ່າ ຈະຈັດຂຶ້ນໃນ 2 ອາທິດທຳອິດຂອງເດືອນມິຖຸນາ 2025. ລັດຖະມົນຕີສອງທ່ານກໍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ກຽມພ້ອມດຳເນີນຫຼາຍວາລະແລກປ່ຽນຂັ້ນລັດຖະມົນຕີ ເພື່ອຊຸກຍູ້ວິວັດທະນາການເຈລະຈາເພື່ອບັນລຸໄດ້ໝາກຜົນທີ່ເໝາະສົມໃຫ້ທັງສອງຝ່າຍ.
ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

