ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN) |
ໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດສອງປະເທດເພີ່ມທະວີການລົງທຶນ, ຮ່ວມມື. ທ່ານກ່າວວ່າ:
“ພວກຂ້າພະເຈົ້າຈະລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງຄື ກະສິກຳ, ຜະລິດບັນດາປະເພດຜະລິດຕະພັນກະເສດ. ບັນດາວິສາຫະກິດ ຫວຽດນາມ ຈະໄປ ອາຟະລິກາໃຕ້ ເພື່ອຜະລິດ ແລະ ສົ່ງອອກເຂົ້າຢູ່ກັບບ່ອນ, ມຸ່ງໄປເຖິງຕະຫຼາດທີ່ມີປະຊາກອນກວ່າ 1 ຕື້ຄົນຂອງ ອາຟະລິກາ. ສືບຕໍ່ຂຸດຄົ້ນບໍ່ແຮ່, ຮ່ວມມືໃນຂົງເຂດນ້ຳມັນອາຍແກັດ, ເຄື່ອງເອເລັກໂຕນິກ, ຕຳແຜ່ນຕັດຫຍິບ, ເກີບໜັງ…”
“ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ອາຟະລິກາໃຕ້ Paul Shipokosa Mashatile ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມື, ບົດບັນທຶກຄວາມເຂົ້າໃຈຫຼາຍສະບັບ.

